ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊູມວຽກງານຖະແຫຼງຂ່າວແລະສື່ສານ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊູມວຽກງານຖະແຫຼງຂ່າວແລະສື່ສານ - ảnh 1
ຮອງ​ນາຍົກລັດຖະມົນຕີຫວູດຶກ​ດາ​ມກ່າວຄຳເຫັນທີ່​ກອງ​ປະ​ຊູ​ມ
(ພາບ: QDND )


(vovworld) - ວັນ​ທີ 26/12, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊູ​ມສະຫຼຸບວຽກງານ​ປີ 2013 ​ແລະ ຜັນ​ຂະຫຍາຍໜ້າທີ່​ປີ 2014 ຂອງ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຫວຽດນາມ, ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາ​ມ ​ເນັ້ນໜັກວ່າ ປັດຈຸບັນວິວັດ​ການ​ຫັນ​ເປັນ​ໂລກາ​ພິວັດ​ພວມ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່, ມັນ​ຮຽກຮ້ອງ​ໃຫ້​ ຫວຽດນາມ ຕ້ອງ​ບືນ​ຕົວ​ຂຶ້ນ, ສ້າງ​ກຳລັງ​ຊຸກຍູ້​ໃໝ່​ເພື່ອ​ສາມາດ​ແຂງ​ຂັນ​ໃນ​ໄລຍະ​ແກ່ງ​ແຍ້​ງທີ່ຮ້າຍ​ແຮງ​ນີ້. ​ເພາະສະ​ນັ້ນຂະ​ແໜງຖະ​ແຫຼງຂ່າວ ​ແລ​ະ ສື່ສານຕ້ອງ​ມີ​ບັນດາ​ບາດກ້າວ​ບຸກທະລຸ​ທີ່​ແຂງ​ແຮງ, ສືບ​ຕໍ່​ສວມ​ບົດບາດ​ເປີດ​ຊ່ອງ​ທາງ, ກຳ​ແໜ້ນທ່າ​ອຽງ​ໃໝ່ຂອງ​ຍຸກ​ສະ​ໄໝ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ສ້າງ​ກຳລັງ​ແຮງ​ໃໝ່. ​ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ເພື່ອ​ເຮັດ​ແນ​ວ​ໃດ​ໃຫ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ກາຍ​ເປັນ​ກຳລັງໜູນ​ໃຫ້​ທຸກໆຂະ​ແໜງຜະລິດ, ບໍລິການ, ນັບ​ທັງ​ພື້ນຖານ​ການ​ບໍລິຫານ​ຂອງ​ປະ​ເທດ​ຊາດ. ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາ​ມ ຖື​ວ່າ​ກະຊວງ ຖະ​ແຫຼງຂ່າວ ​ແລ​ະ ສື່ສານ ຫວຽດນາມ ຄວນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມມະນາຄົມ ຫວຽດນາມ ​ແລະ ບໍລິສັດ​ໃຫຍ່​ໂທລະ​ຄົມຫຼາຍປະ​ເພດຄືນ​ໃໝ່​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ເພື່ອ​ໃຫ້​ຂະ​ແໜງຖະ​ແຫຼງຂ່າວ ​ແລ​ະ ສື່ສານພັດທະນາ​ຍິ່ງ​ກວ່າ​ອີກ​ໃນ​ອະນາຄົດ.


ຂ່າວ/ບົດ​ອື່ນ