ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕອບບັນດາຄຳຊັກຖາມເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ

(VOVWORLD) -ຕອນບ່າຍວັນທີ 06 ມິຖຸນາ, ສະພາແຫ່ງຊາດສືບຕໍ່ລາຍການຊັກຖາມທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍ້າ; ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕາງໜ້າໃຫ້ນາຍົກລັດຖະມົນຕີຕອບບາງຄຳຊັກຖາມເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.
ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕອບບັນດາຄຳຊັກຖາມເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ)

ກ່ຽວກັບບັນຫາຕ້ານການສໍ້ລາດບັງຫຼວງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງ ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ໃນໄລຍະຈະມາເຖິງ, ລັດຖະບານຈະປະຕິບັດແຜນການປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດ, ສືບຕໍ່ຍູ້ແຮງກິດຈະການດັ່ງກ່າວກວ່າອີກ.

      ກ່ຽວກັບສະພາບການເສດຖະກິດ, ສັງຄົມໃນເດືອນພຶດສະພາ, ທ່ານຮອງນາຍົກລັດຖມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ.

      “ໃນເດືອນພຶດສະພາ, ມີວິສາຫະກິດກວ່າ 52.000 ແຫ່ງຈົດທະບຽນສ້າງຕັ້ງໃໝ່; ຍອດຈຳນວນທຶນຈົດທະບຽນ ແລະ ເພີ່ມເຕີ່ມບັນລຸ 1,42 ລ້ານຕື້ດົ່ງ. ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກວ່າ 640.000 ຄົນ, ໃນນັ້ນໄດ້ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດແມ່ນ 48.000 ຄົນ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດ - ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ໃນໄລຍະຈະມາເຖິງ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຕິດຕາມຢ່າງໃກ້ຊິດ ແລະ ສຸມໃສ່ຮັບມືກັບການຜັນແປຂອງສະພາບການ; ເດັດດ່ຽວຜັນຂະຫຍາຍບັນດາມາດຕະການແກ້ໄຂທີ່ໄດ້ວາງອອກ… ສູ້ຊົນປະຕິບັດບັນດາເປົ້າໝາຍ, ຕົວເລກຄາດໝາຍຕາມແຜນການປີ 2018 ໄດ້ຢ່າງມີໄຊ”.

      ກ່ຽວກັບວຽກງານຄຸ້ມຄອງສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ລັດຖະບານຈະສ້າງມາດຕະຖານເຕັກນິກແຫ່ງຊາດກ່ຽວກັບສິ່ງແວດລ້ອມໃຫ້ສົມບູນແບບ; ເພີ່ມທະວີການຮ່ວມມືກັບສາກົນ, ດຶງດູດແຫຼ່ງການເງິນ, ເຕັກໂນໂລຊີ ແລະ ບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ