ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ

(VOVWORLD) - ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມດີໃຈ ຕໍ່ກັບບັນດາການບາດກ້າວການພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ

ຕອນບ່າຍວັນທີ 23 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ເພື່ອເປັນປະທານຮ່ວມການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 3. ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມດີໃຈ ຕໍ່ກັບບັນດາບາດກ້າວພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ກໍ່ຄືການພົວພັນຮ່ວມມືຢ່າງສະໜິດແໜ້ນ ແລະ ນັບມື້ມີປະສິດທິຜົນຂອງທັງສອງກະຊວງການຕ່າງປະເທດ. ເນັ້ນໜັກເຖິງຄວາມສຳຄັນຂອງ ກົນໄກການປຶກຫາລື ດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ທັງສອງຝ່າຍແລກປ່ຽນຄຳເຫັນກັນຢ່າງກົງໄປກົງມາ ແລະ ໄວ້ເນື້ອເຊື່ອໃຈແນໃສ່ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສອງປະເທດສືບຕໍ່ກ້າວເຂົ້າສູ່ລວງເລິກຢ່າງແທ້ຈິງ.

ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ຢັ້ງຢືນວ່າ ບັນດາກົນໄກການປຶກສາຫາລື ສະໄໝສາມັນ ລະຫວ່າງສອງກະຊວງການຕ່າງປະເທດ ແລະ ການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ເປັນຜູ້ລິເລີ່ມ ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງປະເທດເວົ້າລວມ, ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ.

ວັນທີ 24 ສິງຫາ, ການທາບທາມຄວາມເຫັນດ້ານການເມືອງ ຫວຽດນາມ - ລາວ ຄັ້ງທີ 3 ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນ ຮວ່າຍ ຈຸງ ແລະ ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ຄຳເພົາ ເອີນທະວັນ.

ຕອບກັບ

ຂ່າວ/ບົດ​ອື່ນ