ຮອງນາຍົກລັຖະມົນຕີຫວຽດນາມ ຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກປາຊີຝີກເຂດຕາເວັນຕົກ

ຮອງນາຍົກລັຖະມົນຕີຫວຽດນາມ ຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກປາຊີຝີກເຂດຕາເວັນຕົກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບ
ຜູ້ອຳ​ນວຍ​ການ​​​ເຂດ​​ປາຊີ​ຝີ​ກຕາ​ເວັນ​ຕົກ​ຂອງອົງການ​ອະນາ​​ໄມ​ໂລກ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 24/9 ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ໃນ​ການ​ຕ້ອນຮັບ​ທ່ານ Shin Young soo, ຜູ້ອຳ​ນວຍ​ການ​​​ເຂດ​​ປາຊີ​ຝີ​ກຕາ​ເວັນ​ຕົກ​ຂອງອົງການ​ອະນາ​​ໄມ​ໂລກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ເນັ້ນ​ໜັກ​ວ່າ; ຫວຽດນາມ ຕີ​ລາຄາ​ສູງ​ບົດບາດນຳ​ພາ​ຂອງ​ອົງການ​ອະນາ​​ໄມ​ໂລກ ​ໃນ​ບັນດາ​ເວທີ​ປາ​ໄສ​ການ​ແພດທົ່ວ​ໂລກ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງອົງການ​ອະນາ​​ໄມ​ໂລກ ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ອະນາ​​ໄມ​ໂລກ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ແລະ ບັນດາ​ປະ​ເທດ, ​ເຂດ​ແຄ້ວນ ຍົກ​ສູງ​ຄຸນ​ນະພາ​ບການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​​ແກ່ປະຊາຊົນ.

        ທ່ານ Shin Young soo, ຜູ້ອຳ​ນວຍ​ການ​​​ເຂດ​ປາຊີ​ຝີ​ກ​ຕາ​ເວັນ​ຕົກ​ ຂອງອົງການ​ອະນາ​​ໄມ​ໂລກ ​​ໄດ້ສະ​ແດງ​ວ່າ ຈະ​ສຶບຕໍ່​ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ຍົກ​ສູງ​ລັກສະນະ​ປະສິດທິ​ຜົນ​ການ​ເຄື່​ອນ​ໄຫວ​ຂອງ WHO. ອົງການ​ອະນາ​​ໄມ​ໂລກ ຈະ​ມີ​ຄວາມຂະຫຍັນ​ຂັນ​ເຂື່ອນ​ກວ່າ ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ຕົວ​ຈິ່ງ​ທີ​ພວມ​ມີ​ການ​ປ່ຽນ​ແປ່​ງຢ່າງ​ວ່ອງ​ໄວ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​​ເທົ່າ​ນັ້ນ ຫາກ​ຍັງ​ລວມທັງການ​ເຄື່​ອນ​ໄຫວ​ເສດຖະກິດ, ສັງຄົມ​ທຸກ​ດ້ານ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ