ຮອງປະທານປະເທດພົບປະສັງສັນ80ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ

ຮອງປະທານປະເທດພົບປະສັງສັນ80ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ - ảnh 1
(ທ່ານນາງຮອງປະທານປະເທດພົບປະສັງສັນ
80 ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ)

(vovworld) – ”ປະ​ເທດ​ຫວຽດນາມ ມີ​ສັນຕິ​ສຸກ​ຄື​​ໃນປະຈຸ​ບັນ ​ແມ່ນ​ມີ​ການ​ອຸທິດ​ສ່ວນ, ການ​ເສຍສະຫຼະ​ຊີວິດ, ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ທີ່​ງານພົບ​ປະ​ສັງ​ສັນ 80​ ແບບຢ່າງ​ດີ​ເດັ່ນ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ບ່າຍ​ວັນ​ທີ 4/8. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍ, ຊົມ​ເຊີນ​ບັນດາ​ຜົນງານ, ​ວິລະ​ກຳ​ເຊິ່ງ 80​ ແບບຢ່າງ​ດີ​ເດັ່ນ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນບັນລຸ​ໄດ້. ພ້ອມ​ທັງ​ຊີ້​ແຈ້ງວ່າ, ບັນດາ​ຜົນງານ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມຂອງ​ປະ​ເທດ​ຊາດ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໃສ່​ໃຈ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ ​ໄດ້​ວາງ​ໜ້າ​ທີ່​ຫຍຸງ​ຍາກ​ທີ່​ສຸດ​ໃຫ້ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ​ຕ້ອງ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ມານະ​ພະຍາຍາມ​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ​ແຂ່ງຂັນ​ກັນສ້າງ​ຜົນງານ​ຫຼາຍ​ຢ່າງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ