ຮອງປະທານສະພາແຫ່ງຊາດລາວຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ
ທ່ານຮອງປະທານສະພາແຫ່ງຊາດລາວ
ຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ
(ພາບ: TTXVN)
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 18/08, ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ. ທີ່ການເຮັດວຽກກັບການນຳຄະນະພັກແຂວງ, ສະພາປະຊາຊົນ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ເງະອານ, ທ່ານ ສົມພັນ ແພງຄຳມີ ໃຫ້ຮູ້ວ່າ, ໃນການຢ້ຽມຢາມຄັ້ງນີ້, ຄະນະສະມາຊິກສະພາແຫ່ງຊາດ ສປປ.ລາວ ປາດຖະໜາຢາກແລກປ່ຽນ, ຮ່ຳຮຽນບົດຮຽນໃນການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ, ຊອກຫາພາລະບົດບາດໜ້າທີ່, ການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ ແລະ ບັນດາຄະນະຂອງສະພາປະຊາຊົນແຂວງ ເງະອານ ຕື່ມອີກ. ກໍ່ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນ, ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງເຖິງໝາກຜົນການຮ່ວມມືລະຫວ່າງ 2 ແຂວງ ເງະອານ - ຊຽງຂວາງ (ລາວ) ໄລຍະ 2011 – 2016 ແລະ ວາງທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ ເພື່ອນຳການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ແຂວງ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.