ຮອງປະທານສະພາແຫ່ງຊາດຮີ່ງງອກເຊີນຢ້ຽມຢາມສປປ.ເກົາຫລີ

ຮອງປະທານສະພາແຫ່ງຊາດຮີ່ງງອກເຊີນຢ້ຽມຢາມສປປ.ເກົາຫລີ - ảnh 1
(ພາບ: vtv.vn)


(vovworld) - ​ໂດຍ​ປະຕິບັດ​​ແຜນການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມປີ 2015 ​ແລະ ​ເພື່ອ​ເປັນ​ການ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ສະພາ​ປະຊາຊົນ​ສູງ​ສຸດ ສປປ.​ເກົາຫລີ, ວັນ​ທີ 6/7, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ ຮີ່ງ​ງອກ​ເຊີນ, ຮອງ​ປະທານສະພາ​ແຫ່ງ​ຊາດ ນຳ​ໜ້າ ​ໄດ້​ໄປ ພຽງ​ຢາງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສປປ.​ເກົາຫລີ ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ​ເຈລະຈາ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/7, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈລະຈາ​ກັບ​ຄະນະຜູ້​ແທນ​ສະພາ​ປະຊາຊົນ​ສູງ​ສຸດ ສປປ.​ເກົາຫລີ ​ແລະ ຢືນຢັນ​ວ່າ: ຈະສືບ​ຕໍ່​ການປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ອັນ​ດີງາມ​ນີ້​ໃນ​ໄລຍະ​ຈະ​ມາ​​ເຖິງ. 2 ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປວາງພວງມາລາຕໍ່ໜ້າ​ຮູບ​ຫຼໍ່​​ປະທານ Kim II Sung ​ແລະ ປະທານ Kim Jong II; ຢ້ຽມຢາມ ​ແລະ ມອບ​​ເຄື່ອງ​ອຸປະ​ກອບ​ຮັບ​ໃຊ້​ການ​ຮ່ຳຮຽນ​ຈຳນວນ​ໜຶ່ງໃຫ້​ແກ່​ຄູ​ອາ​ຈານ ​ແລະ ນັກຮຽນ​ພະ​ແນ​ກ​ພາສາ​ຫວຽດນາມ ຂອງມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ ພຽງ​ຢາງ.

ຂ່າວ/ບົດ​ອື່ນ