ຮອງປະທານສະພາແຫ່ງຊາດໂດ້ບ໋າຕິຢ້ຽມຢາມຈີນ

(VOVWORLD) -ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນຳໂດຍທ່ານໂດ້ບ໋າຕິ, ຮອງປະທານສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາຫວຽດນາມ - ຈີນ, ເປັນຫົວໜ້າຄະນະ ພວມມີການຢ້ຽມຢາມຈີນ ໃນລະຫວ່າງວັນທີ 18 – 22 ທັນວາ.
ຮອງປະທານສະພາແຫ່ງຊາດໂດ້ບ໋າຕິຢ້ຽມຢາມຈີນ - ảnh 1(ທ່ານໂດ້ບ໋າຕິ ຮອງປະທານສະພາແຫ່ງຊາດພົບປະກັບທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ)

ການຢ້ຽມຢາມຖືກດຳເນີນຕາມຄຳເຊີນຂອງສະພາແຫ່ງຊາດຈີນ; ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ຈີນ.

        ທີ່ການຕ້ອນຮັບຄະນະຜູ້ແທນຫວຽດນາມ ໃນຕອນບາຍວັນທີ 19 ທັນວາ, ທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ ຖືວ່າ, 2 ຝ່າຍຄວນມານະພະຍາຍາມສູ້ຊົນຜັນຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ. ກ່ຽວກັບຄວາມບໍ່ລົງລອຍກັນຢູ່ທະເລ, 2 ຝ່າຍຄວນຮັບຮອງເອົາການເຈລະຈາມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອພ້ອມກັນແກ້ໄຂບັນຫາ. ອົງການນິຕິບັນຍັດ 2 ປະເທດຄວນຊຸກຍູ້ບັນດາກົນໄກຮ່ວມມືລະຫວ່າງ 2 ປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ…

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ຖືວ່າ, ບັນຫາຄວາມບໍ່ລົງລອຍກັນຢູ່ທະເລ, 2 ຝ່າຍຄວນວາງອອກໃນຍຸດທະສາດໄລຍະຍາວ, ເໝາະສົມກັບກົດໝາຍສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ, ເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງສຳເລັດກົດແຫ່ງການປະພຶດໃນທະເລຕາເວັນອອກ (COC)ໂດຍໄວ, ເຄົາລົບຜົນປະໂຫຍດອັນຊອບທຳຂອງບັນດາປະເທດຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ