ຮອບຊິງຊະນະເລີດການເສັງ “ແນວຄິດ ໂຮ່ຈີມິນ ກ່ຽວກັບຄຸນສົມບັດລັດຖະການ”

ຮອບຊິງຊະນະເລີດການເສັງ “ແນວຄິດ ໂຮ່ຈີມິນ ກ່ຽວກັບຄຸນສົມບັດລັດຖະການ” - ảnh 1
ການສະແດງບົດບັນລະຍາຍຂອງຜູ້ເຂົ້າເສັງຄົນໜຶ່ງ
(ພາບ: .baomoi.com)

(vovworld) – ຕອນເຊົ້າວັນທີ 8/5, ຢູ່ຮ່າໂນ້ຍ, ອົງຄະນະພັກກຸ່ມບັນດາອົງການສູນກາງ ໄດ້ຈັດຕັ້ງຮອບຊິງຊະລະເລີດການເສັງບັນນະຍາຍ “ແນວຄິດໂຮ່ຈີມິນ ກ່ຽວກັບຄຸນສົມບັດ​​ລັດຖະການ” ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍ​ວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2013). ບົດບັນລະຍາຍ 9 ບົດຂອງບັນດາຜູ້ເຂົ້າຮ່ວມ​ການເສັງໄດ້ໄຈ້ແຍກຢ່າງເລິກເຊິ່ງ, ເຮັດ​ແຈ້ງເນື້ອໃນແນວຄິດ ຂອງປະທານ ໂຮ່ຈີມິນ ກ່ຽວກັບຄຸນສົມບັດລັດຖະການ, ພິເສດແມ່ນຄຸນສົມບັດ, ແບບແຜນດຳລົງຊີວິດ “ດຸ​ໝັ່ນ​ຂະຫຍັນ​ພຽນປະຢັດ, ມັດທະຍັດ, ຊື່​ກົງ, ບໍລິສຸດ, ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ​” ແລະ ເລື່ອງນຳໃຊ້ບັນດາແນວຄິດນັ້ນເຂົ້າໃນວິວັດການຝຶກຝົນຫຼໍ່ຫຼອມຕົນເອງກໍ່ຄືເລື່ອງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ທ່ານ ເຈີນຮົ່ງຮ່າ, ຮອງເລຂາຄະນະພັກກຸ່ມບັນດາອົງການສູນກາງ, ໃຫ້ຮູ້ວ່າ:

ການເສັງບັນລະຍາຍເພື່ອແນໃສ່ສືບຕໍ່ໂຄສະນາເຜິຍແຜ່ຢ່າງເລິກເຊິ່ງ ແລະ ກ້ວາງຂວາງເລື່ອງຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ແບບຢ່າງຄຸນສົມບັດ, ແບບແຜນດຳລົງຊີວິດຂອງເພິ່ນໃນຄະນະພັກທຸກຂັ້ນ, ປະກອບສ່ວນສ້າງການຫັນປ່ຽນ ຢ່າງແຮງກ່ຽວກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດຳລົງຊີວິດ, ພິເສດແມ່ນຄຸນສົມບັດລັດຖະການ, ສະຕິການຈັດຕັ້ງປະຕິບັດ​ວິ​ໄນ ແລະ ຈິດໃຈຄວາມຮັບຜິດຊອບໃນວຽກງານຂອງພະນັກງານ, ສະມາຊິກພັກ, ກຳມະກອນ, ລັດຖະກອນ ແລະ ມະຫາຊົນໃນບັນດາອົງການສູນກາງ. ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງອົງຄະນະພັກກຸ່ມບັນດາ​ອົງກາ​ນ​ສູນ​ກາງໃນສະພາບການໃໝ່

ຂ່າວ/ບົດ​ອື່ນ