ຮ່າ​ໂນ້ຍພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ຮ່າ​ໂນ້ຍພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ - ảnh 1
ພາບປະກອບ

( vovworld ) – ຕອນ​ເຊົ້າວັນ​ທີ 17/4,​ ສະພາ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ລາຍ​ງານ​ໝາກຜົນ​ສະ​ໄໝ​ປະຊຸມ​ເທື່ອ​ທີ 4 ສະພາ​ປະຊາຊົນ​ນະ​ຄອນ​ຊຸດ​ທີ 14. ນະ​ທີ່​ນີ້, ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສຸມ​ໃສ່​ບັນດາ​ບັນຫາ​ການ​ສຶກສາ​ຄື: ​ເປີດ​ກ້ວາງ​ໂຮງຮຽນ, ມາດ​ຕະການ​ເພື່ອ​ໃຫ້​ນັກຮຽນ​ໄດ້​ຮ່ຳຮຽນ​ໃນ​ສະພາບ​ແວດ​ລ້ອມ​ທັນ​ສະ​ໄໝ, ​ແຜນນະ​ໂຍບາຍຍ້າຍ​ບັນດາ​ມະຫາວິທະຍາ​ໄລ​ອອກ​ສູ່​ເຂດ​ຊານ​ນະຄອນ…​ກ່ຽວ​ກັບ​ບັນຫາ​ກະສິກຳ, ຊົນນະບົດ, ຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ສະ​ໄໝ​ປະຊຸມ​ເທື່ອ​ທີ 4 ສະພາ​ປະຊາຊົນ​ນະ​ຄອນ​ຮ່າ​ໂນ້ຍ ຊຸດ​ທີ 14 ​ໄດ້​ຮັບຮອງ​ເອົາ​ການວາງ​​ແຜນ​ກຳ​ນົດກະສິກຳ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ຂະ​ແໜງ​ກະສິກຳ ​ແລະ ຊາວ​ກະສິກອນ​ພັດທະນາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ນາງ Ngo Thi Doan Thanh ປະທານ​ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ສະ​ເໜີ​ໃຫ້​ຕ້ອງ​ເປີດ​ເຜີຍ​ບັນດາ​ມະຕິ, ການວາງ​ແຜນ​ກຳນົດ ​ແລະ ນະ​ໂຍບາຍ​ພັດທະນາ​ຊົນນະບົດ​ເພື່ອ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບ​ຊາບ, ພ້ອມ​ກັນ​ປະຕິບັດ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ມະຕິ. ພ້ອມ​ກັນນັ້ນຈະ​ໂຄສະນາ ຂົນຂວາຍ​ເພື່ອ​ໃຫ້​ປະຊາຊົນ​ຮູ້ຈັກ​ເຖິງ​ການວາງ​ແຜນ​ກຳນົດ ​ແລະ ຕ້ອງ​ມີ​ການ​ປະຕິບັດ​ຂອງ​ທັງ​ລະບົບ​ການ​ເມືອງ ​ເພື່ອ​ໃຫ້​ມະຕິ​ເຂົ້າສູ່​ຊີວິດ​ຕົວ​ຈິງ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ.

 

 

ຂ່າວ/ບົດ​ອື່ນ