ເກີດການປະທະກັນ ຢູ່ຮົງກົງ(ຈີນ) ຄືນໃໝ່


ເກີດການປະທະກັນ ຢູ່ຮົງກົງ(ຈີນ) ຄືນໃໝ່ - ảnh 1

 (ພາບ: Getty )

(vovworld)- ​ ຕອນ​ຄ່ຳ​ວັນ​ທີ 30/11, ສະຫະ​ສະມາຄົມ​ນັກ​ສຶກສາ​ຮົງ​ກົງ (HKFS) ​ແລະ ອົງການ Scholarism ​ໄດ້​ປະກາດ​ປິດ​ລ້ອມ​ສຳນັກງານ​ອຳນາດການ​ປົກຄອງ​ຮົງ​ກົງ (ຈີນ) ຢູ່ Admiralty. ພ້ອມ​ກັນນັ້ນ, HKFS ​ແລະ Scholarism ຮຽກຮ້ອງ​ຜູ້​ແຫ່​ຂະ​ບວນມຸ່​ງ​ໜ້າ​ສູ່​ສາຍ​ທາງ Tim Mei ​ເພື່ອ​ປິດ​ລ້ອມສຳນັກງານ​ອຳນາດການ​ປົກຄອງ​​ເຂດ​ປົກຄອງ​ພິ​ເສດ. HKFS ​ແລະ Scholarism ດຳ​ເນີນ​ການ​ຕໍ່ສູ້​ດ້ວຍ​ຮູບ​ການ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ. ພາຍຫຼັງ​ຄຳ​ປະກາດ​ຖືກ​ຍົກ​ອອກ​ມາ, ຜູ້​​ເຂົ້າຮ່ວມ​ການແຫ່​ຂະ​ບວນຫຼາຍ​ຄົນ​ໄດ້ມຸ່ງ​ໜ້າ​ສູ່ສຳນັກງານ​ອຳນາດການ​ປົກຄອງ​ທີ່​ສາຍ​ທາງ Tim Mei. ຫລັງ​ຈາກ​ນັ້ນ, ​ໄດ້​ເກີດ​ການ​ປະ​ທະ​ກັນ ​ແລະ ອີກ​ເທື່ອ​ໜຶ່ງ​ຕຳ​ຫລວດ​ຕ້ອງ​ໃຊ້​​ແກ​ດນ້ຳຕາ ​ແລະ ​​ໄມ້ຄ້ອນ​ເພື່ອຍຸບ​ເລີກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ./.

ຂ່າວ/ບົດ​ອື່ນ