ກອງປະຊຸມຄົບຄະນະຄັ້ງທີ 2, ກຳມາທິການກ່ຽວກັບບັນດາ
ບັນຫາສັງຄົມ
ພາບ:qhvn
|
(vovworld)- ຕອນບ່າຍວັນທີ 7/10, ສືບຕໍ່ກອງປະຊຸມຄົບຄະນະຄັ້ງທີ 2, ກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນ 2 ປີແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການຍູ້ແຮງປະຕິບັດຄາດໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງຮອດປີ 2020, ໃນນັ້ນ ອັດຕາສ່ວນຄອບຄົວທຸກຍາກໃນທົ່ວປະເທດຫລຸດຜ່ອນສະເລ່ຍ 2%/ປີ. ເພື່ອຜັນຂະຫຍາຍມະຕິຮອດປີ 2020, ທ່ານ ຫງວຽນຈ້ອງດາມ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ຄວນເພີ່ມແຫລ່ງກຳລັງລົງທຶນ ແລະ ດຸ່ນດ່ຽງແຫລ່ງກຳລັງໄລຍະກາງ ຂອງລັດ ໃຫ້ແກ່ບັນດານະໂຍບາຍ, ໂຄງການຫລຸດຜ່ອນຄວາມທຸກຍາກ, ເລືອກເຟັ້ນນະໂຍບາຍເພື່ອບຸລິມະສິດຈັດແບ່ງ, ນຳໃຊ້ແຫລ່ງກຳລັງໃຫ້ເໝາະສົມ ແລະ ມີປະສິດທິຜົນ.