( ພາບປະກອບ )
( vovworld ) – ວັນທີ 14/5, ອີຣານ ແລະ ອົງການພະລັງງານປະລະມານູສາກົນ ( IAEA ), ໄດ້ເລີ່ມຕົ້ນການເຈລະຈາຄັ້ງທຳອິດໃນຮອບ 3 ເດືອນຜ່ານມາລະຫວ່າງສອງຝ່າຍ. ການເຈລະຈາແກ່ຍາວໃນເວລາສອງວັນຢູ່ສະຖານທູດອີຣານ ທີ່ນະຄອນວຽນ ( ປະເທດໂອຕຣິດ ) ລະຫວ່າງທູດພິເສດອີຣານ ປະຈຳ IAEA, ທ່ານ Ali Asghar Soltanieh ແລະ ທ່ານຮອງຜູ້ອຳນວຍການໃຫຍ່ IAEA Hermann Nackaerts, ເຊິ່ງຫາງສຽງໄດ້ມີຄວາມສົນໃຈເປັນພິເສດ ເພາະວ່າມັນໄດ້ຖືກດຳເນີນໄປກອນການເຈລະຈາກ່ຽວກັບນິວເຄຼຍລະຫວ່າງອີຣານ ກັບກຸ່ມ P5 + 1 ( ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ ) ຢູ່ນະຄອນຫຼວງ ແບກແດດ ( ອີຣັກ ) ໃນອາທິດທີ່ຈະມາເຖິງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Nackaerts ໃຫ້ຮູ້ຈຸດປະສົງຂອງການພົບປະແມ່ນເພື່ອແນໃສ່ບັນລຸຂໍ້ຕົກລົງກ່ຽວກັບວິທີສຳພັດ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກັບອີຣານ. ທ່ານ Nackaerts ກໍໃຫ້ຮູ້ວ່າ ອີຣານ ຄວນສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກສັງເກດການ IAEA ສຳພັດກັບຂໍ້ມູນຂ່າວ, ປະຊາຊົນ ແລະ ສະຖານທີ່ຕ່າງໆຢູ່ປະເທດມຸດສລີມ. ຕາມທ່ານແລ້ວ, ໃນຈຸດເວລາປະຈຸບັນ, ເຕເຣຣານ ຄວນຮ່ວມມືກັບ IAEA ເພື່ອແກ້ໄຂບັນດາບັນຫາທີ່ຮ້ອນເຮັ່ງເຫຼົ່ານີ້.