ເປີດການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5
(ພາບ:voh.com.vn)
( vovworld ) –ເພື່ອແນ່ໃສ່ຍົກສູງຄວາມເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີນ້ຳໃຈ ສາມັກຄີ, ມິດຕະພາບລະຫວ່າງປະຊາຊົນປະຊາຊາດຕ່າງໆ ໃນກຸ່ມອາຊຽນ, ພິເສດແມ່ນລຸ້ນໜຸ່ມ, ການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5 ໄດ້ຖືກໄຂຂຶ້ນໃນວັນທີ 3/8 ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ. ການເສັງປີນີ້ມີການເຂົ້າຮ່ວມຂອງ 30 ຄົນຊື່ງແມ່ນບັນດານັກຮຽນມາຈາກ 10 ປະເທດສະມາຊິກອາຊຽນ. ຜູ້ເຂົ້າຮ່ວມການເສັງຈະຕ້ອງຜ່ານ 3 ຮອງເສັງປະລະໄນດ້ວຍພາສາອັງກິດ, ແຕ່ລະຮອບມີຄຳຖາມ 20 ຂໍ້ກ່ຽວກັບຄວາມຮູ້ສັງລວມໃນບັນດາຂົງເຂດພູມສາດ, ປະຫວັດສາດ, ວັດທະນະທຳ, ເສດຖະກິດ, ການເມືອງຂອງບັນດາປະເທດສະມາຊິກອາຊຽນ ແລະ ກ່ຽວກັບອົງການອາຊຽນ. ບັນດາຜູ້ເຂົ້າຮ່ວມການເສັງກໍ່ເຂົ້າຮ່ວມການເສັງພົບປະແລກປ່ຽນປະສົມຊອກຮູ້ກ່ຽວກັບອາຊຽນ ຈັດຂຶ້ນໃນວັນທີ 5/8 ພ້ອມກັບບັນດາລາຍການພົບປະແລກປ່ຽນມິດຕະພາບຢູ່ນອກການເສັງ.