ເປີດຕົວສະພາເລືອກຕັ້ງແຫ່ງຊາດລວມມີສະມາຊິກ 21 ຄົນ

(VOVWORLD) -ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນຂໍ້ສະເໜີຂອງສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບບັນຊີລາຍຊື່ບັນດາຮອງປະທານ ແລະ ບັນດາກຳມະການສະພາເລືອກຕັ້ງແຫ່ງຊາດ.
ເປີດຕົວສະພາເລືອກຕັ້ງແຫ່ງຊາດລວມມີສະມາຊິກ 21 ຄົນ - ảnh 1 (ເປີດຕົວສະພາເລືອກຕັ້ງແຫ່ງຊາດ)

ຕອນເຊົ້າວັນທີ 12 ມິຖຸນາ, ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 449 ທ່ານ ທີ່ມີໜ້າທີ່ກອງປະຊຸມໄດ້ລົງຄະແນນສຽງເຫັນດີ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນຂໍ້ສະເໜີຂອງສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບບັນຊີລາຍຊື່ບັນດາຮອງປະທານ ແລະ ບັນດາກຳມະການສະພາເລືອກຕັ້ງແຫ່ງຊາດ.

        ພາຍຫຼັງພິທີເປີດຕົວສະພາເລືອກຕັ້ງລວມມີສະມາຊິກ 21 ທ່ານຕໍ່ສະພາແຫ່ງຊາດ, ໂດຍຕາງໜ້າໃຫ້ສະພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ໄດ້ກ່າວຄຳເຫັນສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດທີ່ມີຄວາມໄວ້ວາງໃຈເລືອກຕັ້ງ ແລະ ໃຫ້ສັດຕະຍາບັນບັນດາສະມາຊິກຂອງສະພາເລືອກຕັ້ງແຫ່ງຊາດ.

        “ພວກຂ້າພະເຈົ້າຮັບຮູ້ຢ່າງເລິກເຊິ່ງວ່າ, ຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະພາປະຊາຊົນທຸກຂັ້ນ, ອາຍຸການ 2021 – 2126, ທັງມີຄວາມໝາຍຕໍ່ໝາກຜົນການເຄື່ອນໄຫວຂອງກົງຈັກລັດ ຈາກຂັ້ນສູງກາງລົງຮອດຂັ້ນທ້ອງຖິ່ນ, ໂດຍສະເພາະແມ່ນຫັນມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ເປັນລະບອບລະບຽບການ, ເພື່ອປະກອບສ່ວນນຳປະເທດໃຫ້ພັດທະນາຢ່າງໄວ ແລະ ໝັ້ນຄົງ. ພວກຂ້າພະເຈົ້າໝັ້ນໝາຍວ່າ, ຈະສົມທົບກັບບັນດາສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ສາມັກຄີກັນ, ເປັນເອກະພາບ, ມີຄວາມມານະພະຍາຍາມຢ່າງສູງສຸດ ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງລັດຖະທຳມະນູນ, ກົດໝາຍໄດ້ລະບຸໄວ້.”

        ຕອນບ່າຍວັນດຽວກັນ, ສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໂຄງການເປົ້າໝາຍແຫ່ງຊາດການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ