ເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 5 ຕຸລາ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ. 
ເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ - ảnh 1ພິທີເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດແລະເຕັກໂນໂລຊີ        ຫວຽດນາມ  ; ພາບ:  (thegioitiepthi.vn)

ກ່າວຄຳເຫັນນະພິທີ, ທ່ານ ຟານຊວນຢູງ ຫົວຫນ້າກຳມາທິການວິທະຍາສາດ ແລະເຕັກໂນໂລຊີ ຂອງສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນຫນັກວ່າ:

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຊີເປັນສຳຄັນ, ຖືວິທະຍາສາດເຕັກໂນໂລຊີ ພ້ອມກັບການສຶກສາ ບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວຫນ້າ, ຖືການພັດທະນາວິທະຍາສາດເຕັກໂນໂລຊີແມ່ນກຳລັງຫນູນແຫ່ງການພັດທະນາເສດຖະກິດ, ສັງຄົມ. ຂ້າພະເຈົ້າເຊື່ອໝັ້ນວ່າ ສະຫະສະມາຄົມວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມແມ່ນຂົວຕໍ່ທີ່ດີ ແລະ ນັບມື້ນັບພັດທະນາບົດບາດຂອງຕົນເພື່ອໃຫ້ວິທະຍາສາດເຕັກໂນໂລຊີເຂົ້າສູ່ຊີວິດຕົວຈິງ, ນຳຫວຽດນາມ ທັດທຽມກັບບັນດາປະເທດມະຫາອຳນາດໃນ 5 ທະວີບຄືດັ່ງຄວາມມຸ່ງມາດປາດຖະຫນາຂອງທ່ານປະທານໂຮ່ຈິມີນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ