ເປັນຄັ້ງທຳອິດຈີນແລະລັດເຊຍທາບທາມຄວາມເຫັນບັນຫາການປ້ອງກັນຄວາມສະຫງົບອາຊີຕາເວັນອອກສຽງເໜືອ

ເປັນຄັ້ງທຳອິດຈີນແລະລັດເຊຍທາບທາມຄວາມເຫັນບັນຫາການປ້ອງກັນຄວາມສະຫງົບອາຊີຕາເວັນອອກສຽງເໜືອ - ảnh 1
​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ
​ການ​ຕ່າງປະ​ເທດ​ຈີນ ຫຼີວຈຽນ​ຈາວ
(ພາບ: fmprc.gov.cn)

(vovworld) –  ວັນ​ທີ 23/4, ຢູ່ ຊຽງ​ໄຮ່, ​ເປັນ​ຄັ້ງ​ທຳ​ອິດ​ຈີນ ​ແລະ ລັດ​ເຊຍ​ໄດ້​ຈັດ​ຕັ້ງ​ການ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫຼີວຈຽນ​ຈາວ ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Igor V. Morgulov. ​ເຂົ້າ​ຮ່ວມ​ການ​ທາ​ບທາມ​ຄວາມ​ເຫັນ​ດັ່ງກ່າວ​ມີ​ເຈົ້າ​ໜ້າ​ທີ່​ບັນດາ​ກະຊວງ​ການ​ຕ່າງປະ​ເທດ,​ ກະຊວງປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ 2 ປະ​ເທດ. ​ໃນ​ເຄືອ​ນຂ່າຍອິນ​ເຕີ​ແນັດ “ປະຊາຊົນ” ຂອງ​ຈີນ ​ໃຫ້​ຮູ້​ວ່າ: ທີ່​ການ​ທາ​ບທາມ​ຄວາມ​ເຫັນ, 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ທາ​ບທາມ​ຄວາ​ມ​ເຫັນຢ່າງ​ຕັ້ງໜ້າ ​ແລະ ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ສະພາບ​ການ ​ແລະ ບັນດາ​ປັດ​ໄຈ​ທີ່​ກ່ຽວຂ້ອງ​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ກາ​ນປ້ອງກັນຄວາມ​ສະຫງົບ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມຢ່າງ​ກ້ວາງ​ຂວາງ. 2 ຝ່າຍ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ສະ​ແດງ​ຄວາມ​ປາດ​ຖະໜາ​ຕາມ​ນ້ຳ​ໃຈ​ການ​ພົວພັນ​ຄູ່​ຮ່ວມ​ມື​, ຮ່ວມ​ມືຍຸດ​ທະ​ສາດຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການ​ເຈລະຈາ​ເທື່ອ​ລະ​ກ້າວ, ​ເພີ່ມ​ທະວີການ​ປະສານ​ສົມທົບ ​ແລະ ການຮ່ວມ​ມື, ພ້​ອມກັນ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.

ຂ່າວ/ບົດ​ອື່ນ