ເພີ່ມທະວີການຄວບຄຸມແຫ່ງລັດກ່ຽວກັບຂົງເຂດຊັບພະຍາກອນສິ່ງແວດລ້ອມ

ເພີ່ມທະວີການຄວບຄຸມແຫ່ງລັດກ່ຽວກັບຂົງເຂດຊັບພະຍາກອນສິ່ງແວດລ້ອມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງຊີ້​ນຳ​ກອງ​ປະ​ຊຸມ
ພາບ:ອິນ​ເຕີ​ແນັດ

(vovworld)- ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ກ່ຽວ​ກັບ​ການ​ສະ​ຫລຸ​ບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ແຜນ​ການ​ປີ 2017 ຂອງ​ຂະ​ແຫນງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ. ຊີ້​ນຳ​ກອງ​ປະ​ຊຸມ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ສະ​ເຫນີ: ປີ 2017 ຂະ​ແຫນງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ແຫ່ງ​ລັດ​ກ່ຽວ​ກັບ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ. ສຳ​ຫລວດກວດ​ຄືນ​ບັນ​ດາ​ຍຸດ​ທະ​ສາດ, ການ​ວາງ​ແຜນ​ກຳ​ນົດ, ແຜນ​ການ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໃສ່​ໃຈ: ຂະ​ແຫນງ​ຊັບ​ພ​ະ​ຍາ​ກອນ ສິ່ງ​ແວດ​ລ້ອມ ສ້າງ​ແຜນ​ຮ່າງ​ຕ້ານ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ ອາ​ກາດ ຢູ່​ບັນ​ດາ​ຕົວ​ເມືອງ​ໃຫຍ່, ເປັນ​ຕົ້ນ​ແມ່ນ​ຢູ່ ນະ​ຄອນຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມີນ.


ຕອບກັບ

ຂ່າວ/ບົດ​ອື່ນ