ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ນິວຊີແລນ
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ
ມາຢ້ຽມຢາມນິວຊີແລນ ຢ່າງເປັນທາງການ
(ພາບ: VGP/Nhật Bắc)
(vovworld) - ວັນທີ19/3, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມນິວຊີແລນ ຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານລັດຖະບານນິວຊີແລນ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີທັງສອງທ່ານໄດ້ດຳເນີນການເຈລະຈາບົນຈິດໃຈກົງໄປກົງມາ, ເປີດອົກເປີດໃຈ, ໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ. ທັງສອງຝ່າຍພ້ອມກັນຕີລາຄາ 40 ປີແຫ່ງການພົວພັນຮ່ວມມື, ພິເສດແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານເມື່ອປີ 2009; ພ້ອມທັງເຫັນດີຕໍ່ວິໄສທັດລວມ ເພື່ອແນໃສ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນປະຈຸບັນເລິກເຊິ່ງກວ່າອີກ. ມຸ່ງໄປເຖິງການຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ. ທີ່ການເຈລະຈາ, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ສິນຄ້າ ແລະ ການບໍລິການຂອງສອງປະເທດສຳພັດກັບຕະຫຼາດຂອງກັນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ທ່ານນາຍົກລັດຖະມົນຕີ John Key ຢືນຢັນສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພ້ອມທັງເຫັນດີຫັນການເຄື່ອນໄຫວພົບປະເປັນຫຼາຍຮູບຫຼາຍແບບ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງໃນທຸກຂົງເຂດ… ນາຍົກລັດຖະມົນຕີທັງສອງກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮຽກຮ້ອງຝ່າຍຕ່າງໆແກ້ໄຂການຂັດແຍ້ງບົນທະເລດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ , ເນັ້ນໜັກວ່າ:
“ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ John Key ເຫັນດີວາງຄາດໝາຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບສອງເທົ່າແມ່ນ 1,7 ຕື້ USD ໃນປີ 2020; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດຮ່ວມມືລົງທຶນໃນຂົງເຂດຕ່າງໆ ເຊິ່ງທັງສອງຝ່າຍມີທ່າແຮງ… ນິວຊີແລນຈະສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດຂອງຫວຽດນາມສຳພັດກັບຕະຫຼາດຂອງນິວຊີແລນ “.
ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ນິວຊີແລນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ທ່ານນາຍົກລັດຖະມົນຕີ John Key ກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນສົນທິສັນຍາປັບປຸງສັນຍາຂົນສົ່ງທາງການບິນ ແລະ ຂໍ້ຕົກລົງກ່ຽວກັບຄວາມປອດໄພດ້ານອາຫານ… ລະຫວ່າງສອງປະເທດ. ນີ້ແມ່ນພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ຫວຽດນາມ ແລະ ນິວຊີແລນ ຍູ້ແຮງການຮ່ວມມືໃນຂົງເຂດກະສີກຳ ແລະ ສ້າງເງື່ອນໄຂສະດວກຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ.
ຕອນບ່າຍວັນທີ 19/3, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີການພົບປະກັບຜູ້ຮັກສາການນິວຊີແລນ ແລະ ທ່ານປະທານສະພາແຫ່ງຊາດນິວຊີແລນ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ບັນດາສະມາຊິກຂອງຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມກໍ່ມີການພົບປະ, ແລກປ່ຽນ ແລະ ເຮັດວຽກກັບຄູ່ຮ່ວມມືນິວຊີແລນ ເພື່ອປຶກສາຫາລືບັນດາມາດຕະການຍູ້ແຮງການຮ່ວມມືຢ່າງລະອຽດໃນທຸກຂົງເຂດ.