ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ອົງການນິຕິບັນຍັດຂອງຫວຽດນາມ - ໂປໂລຍ

ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ອົງການນິຕິບັນຍັດຂອງຫວຽດນາມ - ໂປໂລຍ - ảnh 1
ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​
ລະຫວ່າງ 2 ອົງການ​ນິຕິ​ບັນຍັດ​ຂອງ​ຫວຽດນາມ - ​ໂປ​ໂລ​ຍ
(ພາບ: TTXVN)

(vovworld) - ວັນ​ທີ 17/12, ​ໃນ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະພາ​ຕໍ່າ​ໂປ​ໂລ​ຍ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ຕໍ່ Jerzy Wenderlich ​ເປັນ​ຫົວໜ້າ​ຄະນະ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ ​ໂປ​ໂລ​ຍ ​ແມ່ນ​ເພື່ອ​ນມິດ​ທີ່​ເປັນ​ມູນ​ເຊື້ອ, ​ເປັນ​ຄູ່​ຮ່ວມ​ມື​ບຸລິມະສິດ​ຢູ່​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ອອກກາງ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

        ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ວ່າ ຫວຽດນາມ ​ແລະ ​ໂປ​ໂລ​ຍ ກຳນົດ​ໄດ້​ບັນດາ​ຂົງ​ເຂດ​ຮ່ວມ​ມື ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົມຊ້ອນ​ຢ່າງ​ແທດ​ຈິງ, ສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລີກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ, ນຳ​ວົງ​ເງິນ​ການ​ຄາ 2 ຝ່າຍ​ບັນລຸ​ລະດັບ 1 ຕື້ USD ​ໂດຍ​ໄວ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ອົງການ​ນິຕິ​ບັດ​ຍັດ, 2 ຝ່າຍ​ຖື​ວ່າ ຫວຽດນາມ ​ແລະ ​ໂປ​ໂລ​ຍ ຄວນ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂັ້ນ​ກຳມາທິການ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ມິດຕະພາບເພີ່ມ​ທະວີ​ການ​ແລ​ກປ່ຽນ, ​ແບ່ງປັນ​ບົດ​ຮຽນ, ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ພົບ​ປະ​ຢູ່​ນອກ​​ກອງ​ປະຊຸມຕ່າງ​ຢູ່​ພາກ​ພື້ນ ​ແລະ ສາກົນ, ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ