(vovworld) - ທີ່ກອງປະຊຸມຄັ້ງທຳອິດຂອງຄະນະກຳມະການປະສານງານຮ່ວມມືຫວຽດນາມ - ສ.ເກົາຫຼີ ເຊິ່ງດຳເນີນໄປໃນວັນທີ 19/06, ຢູ່ຮ່າໂນ້ຍ. ທ່ານ ເວືອງດິ່ງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງ ແລະ ທ່ານ Joo Hyung Hwan, ລັດຖະມົນຕີຊ່ວຍວ່າການກະຊວງຍຸດທະສາດແລະການເງິນສ.ເກົາຫຼີ ເຂົ້າຮ່ວມກອງປະຊຸມ. ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ອົງການຂອງ 2 ປະເທດຈະມີແຜນການລະອຽດເພື່ອຜັນຂະຫຍາຍຂໍ້ຕົກລົງ, ໂຄງການ, ກິດຈະກຳລະອຽດໃນໄລຍະຈະມາເຖິງ. ກ່ຽວກັບການພົວພັນດ້ານເສດຖະກິດການຄ້າ 2 ສົ້ນ, ທ່ານ ເວືອງດິ່ງເຫ້ວ ຖືວ່າ, 2 ຝ່າຍເພີ່ມທະວີການຮ່ວມມື, ຊອກຫາບັນດາມາດຕະການແກ້ໄຂເພື່ອປະຕິບັດຄາດໝາຍນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 70 ຕື້ USD ໃນປີ 2020 ຄືດັ່ງການນຳ 2 ປະເທດໄດ້ເປັນເອກະພາບນຳກັນແລ້ວ.
ສ່ວນທ່ານ Joo Hyung Hwan ຢືນຢັນວ່າ, ລັດຖະບານສ.ເກົາຫຼີ ພວມຮີບເຮັ່ງກະກຽມບັນດາລະບຽບການທີ່ຈຳເປັນເພື່ອຍືນສະເໜີຕໍ່ສະພາແຫ່ງຊາດສ.ເກົາຫຼີ ໃຫ້ສັດຕະຍາບັນສັນຍາດັ່ງກ່າວໂດຍໄວ.