ເພີ່ມທະວີການຮ່ວມມືດ້ານວິຊາສະເພາະລະຫວ່າງກຳມາທິການກົດໝາຍແລະສະພາແຫ່ງຊາດຫວຽດນາມກັບນິວຊີແລນແລະອົດສະຕາລີ
ທ່ານ ຟານຈຸງລິ໋, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 05 – 07/05, ຄະນະຜູ້ແທນກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຟານຈຸງລິ໋, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ Wellington, ປະເທດນິວຊີແລນ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານປະທານກຳມາທິການກົດໝາຍ Kanwaljit Singh Bakshi; ທ່ານສະມາຊິກລັດຖະສະພາ Damien O’Connor, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ນິວຊີແລນ - ຫວຽດນາມ… ທີ່ບັນດາການພົບປະ, ທ່ານ ຟານຈຸງລິ໋ ໃຫ້ຮູ້ວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ແມ່ນເພື່ອແນໃສ່ຊອກຮູ້ການຈັດຕັ້ງອຳນາດການປົກຄອງ, ລະບົບກົດໝາຍ ແລະ ຂັ້ນຕອນສ້າງກົດໝາຍສະເພາະພິເສດຂອງນິວຊີແລນ ເພື່ອຮັບໃຊ້ການຄົ້ນຄວ້າ ຍົກສູງປະສິດທິຜົນການເຄື່ອນໄຫວສ້າງກົດໝາຍຢູ່ຫວຽດນາມ.
ວັນທີ 08/05, ຄະນະຜູ້ແທນກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ ໄດ້ໄປອົດສະຕາລີ ແລະ ໃນໄລຍະຢ້ຽມຢາມຄະນະໄດ້ມີບັນດາການເຮັດວຽກກັບກຳມາທິການກົດໝາຍ ແລະ ຕຸລາການລັດຖະສະພາ ລັດ New South Wales, ລັດ Victoria, ຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍການແຫ່ຂະບວນປະທ້ວງ ທີ່ອົງການຕຳຫຼວດລະຫວ່າງລັດຢູ່ ລັດ Canberra.