ເພີ່ມທະວີການຮ່ວມມືລະຫວ່າງດ່ານັ້ງ ກັບ Hamburg

ເພີ່ມທະວີການຮ່ວມມືລະຫວ່າງດ່ານັ້ງ ກັບ Hamburg - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 28/08, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ວັນ​ຮິ​ວຈ໋ຽນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບທ່ານ​ນາງ​ເຈົ້າ​ຄອງ​ນະ​ຄອນຜູ້​ທີ 2 ນະຄອນ Hamburg ປະ​ເທດ ​ເຢຍລະ​ມັນ, ດອກ​ເຕີ Dorothee Stapelfelt, ຢູ່​ສຳນັກງານ​ອຳນາດ​ການ​ປົກຄອງ​ນະຄອນ Hamburg, ​ເພື່ອ​ແນ​ໃສ່​ແລກປ່ຽນ​ຄວາມ​ສາມາດ​ບົນ​ຊ້ອນ​ໃນ​ການ​ຮ່ວມ​ມື 2 ຝ່າຍ. ທ່ານ ວັນ​ຮິ​ວຈ໋ຽນ ​ໄດ້​ແລກປ່ຽນ​ກັບ​ທ່າ​ນນາງ Stapelfelt ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ດ່າ​ນັ້ງ, ຄວາມ​ສາມາດ​ບົມຊ້ອນ​ຂອງ​ນະຄອນ​ໃນ​ບັນດາ​ຂົງ​ເຂດ​ການທ່ອງທ່ຽວ, ການ​ບໍລິການ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ບັນດາ​ວິ​ສາ​ຫະກິດ Hamburg ກໍ່​ຄື ປະ​ເທດ​ເຢຍລະ​ມັນ ຍູ້​ແຮງ​ການ​ຮ່ວມ​ມືລົງທຶນກັບ​ດ່າ​ນັ້ງ. ສ່ວນ​ທ່າ​ນນາງ Stapelfelt ຖື​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ການ​ນຳ​ນະຄອນ​ດ່າ​ນັ້ງ ​ຈະເປີດບັນດາ​ແງ່​ຫວັງ​ໃໝ່​ໃນ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ນະຄອນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ