ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ລິດ​ວາ

(VOVWORLD) - ທ່ານປະທານາທິບໍດີ ສ.ລິດວາ Gitanas Nausėda ໃຫ້ຮູ້ວ່າ ປັດຈຸບັນ ລິດວາ ມີທ່າແຮງກ່ຽວກັບບັນດາຂົງເຂດວິທະຍາສາດໃນການດຳລົງຊີວິດ, ພັດທະນາເສດຖະກິດສີຂຽວ, ໝູນໃຊ້ເຕັກໂນໂລຢີສູງ, Logitics ອັດສະລິຍາ ແລະ ແມ່ນໜຶ່ງໃນບັນດາປະເທດນຳໜ້າ EU ກ່ຽວກັບດັດຊະນີຄວາມໝັ້ນຄົງທາງອິນເຕີເນັດທົ່ວໂລກ. 
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ລິດ​ວາ - ảnh 1ການນຳ ພ້ອມກັບວິສາຫະກິດສອງປະເທດ (ພາບ: diendandoanhnghiep.vn)

ວິສາຫະກິດ ຫວຽດນາມ ແລະ ລິດວາ ຍັງມີຄວາມສາມາດບົ່ມຊ້ອນເພື່ອເປີດກວ້າງການຮ່ວມມື ໃນໄລຍະຈະມາເຖີງ. ນັ້ນແມ່ນການຢັ້ງຢືນບັນດາຜູ້ແທນທີ່ເຂົ້າຮ່ວມ “ເວທີປາໄສວິສາຫະກິດ ຫວຽດນາມ - ລິດວາ”ເຊິ່ງໄດ້ດຳເນີນວັນທີ 12 ມິຖຸນາ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນຢູ່ເວທີປາໄສ, ທ່ານປະທານາທິບໍດີ ສ.ລິດວາ Gitanas Nausėda ໃຫ້ຮູ້ວ່າ ປັດຈຸບັນ ລິດວາ ມີທ່າແຮງກ່ຽວກັບບັນດາຂົງເຂດວິທະຍາສາດໃນການດຳລົງຊີວິດ, ພັດທະນາເສດຖະກິດສີຂຽວ, ໝູນໃຊ້ເຕັກໂນໂລຢີສູງ, Logitics ອັດສະລິຍາ ແລະ ແມ່ນໜຶ່ງໃນບັນດາປະເທດນຳໜ້າ EU ກ່ຽວກັບດັດຊະນີຄວາມໝັ້ນຄົງທາງອິນເຕີເນັດທົ່ວໂລກ. ລິດວາ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນປະສົບການນີ້ກັບ ຫວຽດນາມ. ກໍ່ຕາມທ່ານປະທານາທິບໍດີ ສ.ລິດວາແລ້ວ, ປັດຈຸບັນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ, ລິດວາ ສົ່ງເສີມບັນດາວິສາຫະກິດສອງປະເທດ ຊອກຮູ້ ແລະ ລົງທຶນເຂົ້າຕະຫຼາດຂອງກັນ.

ເຂົ້າຮ່ວມເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງການເງິນ ເຈິ່ນກວັກເຟືອງ ໃຫ້ຄຳໝັ້ນສັນຍາລັດຖະບານ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງກັບວິສາຫະກິດ ແລະ ນັກລົງທຶນ ລິດວາ ໃນຕະຫຼອດວິວັດການຊອກຮູ້, ການຮ່ວມມື ແລະ ຜັນຂະຫຍາຍໂຄງການຢູ່ ຫວຽດນາມ.

ທີ່ເວທີປາໄສ, ບັນດາວິສາຫະກິດສອງປະເທດ ໄດ້ແລກປ່ຽນຂໍ້ມູນ, ຊອກຫາໂອກາດຮ່ວມມື ແລະ ເປີດກ້ວາງຕາໜ່າງເຊື່ອມຕໍ່. ຢູ່ເວທີປາໄສ, ທ່ານປະທານາທິບໍດີ ສ.ລິດວາ Gitanas Nausėda ໄດ້ເປັນສັກຂີພິຍານພິທີເຊັນເອກະສານການຮ່ວມມືລະຫວ່າງບັນດາອົງການ, ວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ