ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມແລະພັກFrelimo,ໂມຊຳບິກ

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມແລະພັກFrelimo,ໂມຊຳບິກ - ảnh 1
ເພີ່ມທະວີການຮ່ວມມືລະຫວ່າງ
ພັກກອມມູນິດຫວຽດນາມແລະພັກFrelimo,ໂມຊຳບິກ
(ພາບ: vietnamplus)


(vovworld) – ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ສາດສະ​ດາ​ຈານ, ດ.ຣ ຕ້າ​ຫງອກ​ເຕີນ, ກຳມະກາ​ນສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່ ​ໂມ​ຊຳ​ບິ​ກ ​ໃນ​ລະຫວ່າງ​ວັນ​ທີ 01 – 03/11, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກຂະ​ບວນການ​ປົດ​ປ່ອຍໂມ​ຊຳ​ບິ​ກ (Frelimo) ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ ​ແລະ ຄົ້ນ​ຄວ້າ​ວິທະຍາສາດ. ທີ່​ບັນດາ​ການ​​ເຮັດ​ວຽກ, ການ​ນຳ​ຝ່າ​ຍໂມ​ຊຳ​ບິ​ກ ​ໄດ້​ຂອບ​ໃຈ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ​ແບ່ງປັນ​ບັນດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​​ໃນ​ການ​ສ້າງ, ຄຸ້ມຄອງ ​ແລະ ຍົກ​ສູງ​ຄຸນ​ນະພາບພະນັກງານ, ພິ​ເສດ​ແມ່ນ​ພະນັກງານສືບ​ທອດ ​ແລະ ພະນັກງານ​ຄຸ້ມຄອງ. 2 ຝ່າ​ຍກໍ​ເຫ​ັນດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ພະນັກງານ, ນັກຮຽນ​ນຳ​ກັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ