ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 1
ພົນ​ເອກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ເຈີ​ນດ້າຍ​ກວາງ
ແລະ ທູດພິ​ເສດ​ຫວຽດນາມ - ຍີ່ປຸ່ນ
(ພາບ: cand.com.vn)


(vovworld) -  ຄະນະ​ຜູ້​ແທນຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂດຍພົນ​ເອກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ເຈີ​ນດ້າຍ​ກວາງ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ​ຍີ່ປຸ່ນ ​ໃນ​ລະຫວ່າງ​ວັນ​ທີ 13 – 17/05. ທີ່​ການ​ເຈລະຈາ​ກັບ​ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີກະຊວງການ​ເງິນ​ຍີ່ປຸ່ນ ທ່ານ Taro Aso, ລັດຖະມົນຕີ​ການຕ່າງປະ​ເທດທ່ານ Fumio Kishida, ປະທານ​ຄະນະ​ກຳມະການ​ຕຳຫຼວດ​ແຫ່ງ​ຊາດທ່ານ Keiji Furuya, ຜູ້​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດທ່ານ Ysuyoshi Yoneda, ປະທານ​ສຳພັນ​ທະ​ມິດ​ສະມາຊິກລັດຖະສະພາມິດຕະພາບພັກ​ຝ່າຍຕ່າງໆທ່ານ Toshihiro Nikai ​ແລະ ທູດພິ​ເສດ​ຫວຽດນາມ - ຍີ່ປຸ່ນ ທ່ານ Ryotaro Sugi, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈຕໍ່​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດ​ນາມ - ຍີ່ປຸ່ນ ຈະ​ມີ​ບາດ​ກ້າວ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ພິ​ເສດ, ​ໃນ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ຕຳຫຼວດ​ແຫ່ງ​ຊາດ Keiji Furuya, 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​​ແນ​ໃສ່ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ, ​ໃນ​ນັ້ນ​ມີ​ກຳລັງ​ຕຳຫຼວດ​ຫວຽດນາມ ກັບຄະນະ​ກຳມະການ​ຕຳຫຼວດ​ແຫ່ງ​ຊາດ ​ແລະ ອົງການ​ຕຳຫຼວດ​ແຫ່ງ​ຊາດຍີ່​ປຸ່ນ ​ໃນ​ວຽກ​ງານ​ວິ​ຊາ​ການ​ຂອງ​ຂະ​ແໜງ​ໃຫ້​ເລີກ​​ເຊິ່ງ​ກວ່າອີກ.

ຂ່າວ/ບົດ​ອື່ນ