ເພີ່ມທະວີການຮ່ວມມືສື່ມວນຊົນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວເຂດແມ່ນ້ຳຂອງ-ລ້ານຊ້າງ

(VOVWORLD) -ວັນທີ 03 ກໍລະກົດ, ໂດຍສືບຕໍ່ ກອງປະຊຸມສຸດຍອດສື່ມວນຊົນ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) 2018 ຢູ່ວຽງຈັນ, ປະເທດລາວ

ເພີ່ມທະວີການຮ່ວມມືສື່ມວນຊົນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວເຂດແມ່ນ້ຳຂອງ-ລ້ານຊ້າງ - ảnh 1 ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ

(ພາບ: TTXVN)

ຜູ້ແທນຂັ້ນສູງທີ່ມາຈາກບັນດາສຳນັກຂ່າວສານໃຫຍ່ຂອງ 6 ປະເທດທີ່ເຂົ້າຮ່ວມ MLC ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລື ດ້ວຍຫົວຂໍ້ເພີ່ມທະວີການຮ່ວມມືສື່ມວນຊົນ, ພິເສດໃນສື່ມວນຊົນໃໝ່ ແລະ ຊຸກຍູ້ການທ່ອງທ່ຽວ. ທີ່ວາລະປຶກສາຫາລື, ບັນດາຜູ້ແທນລ້ວນແຕ່ເນັ້ນໜັກເຖິງການທ່ອງທ່ຽວ ເຊິ່ງແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງບັນດາປະເທດເຂົ້າຮ່ວມ MLC, ລວມມີ: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຂະແໜງທ່ອງທ່ຽວເອງ ໄດ້ ແລະ ພວມສ້າງທ່າໄດ້ປຽບບໍ່ແມ່ນນ້ອຍຢ່າງໃຫຍ່ຫຼວງຂອງແຕ່ລະປະເທດ, ເມື່ອປະກອບສ່ວນຫັນປ່ຽນໂຄງປະກອບເສດຖະກິດ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນລວມຍອດຜະລິດຕະພັນພາຍໃນຂອງແຕ່ລະປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນປະຈຸບັນ ເພື່ອແນໃສ່ພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ, ການຮ່ວມມືລະຫວ່າງບັນດາປະເທດເຂົ້າຮ່ວມ MLC ແລະ ແມ່ນມີຄວາມຈຳເປັນ ແລະ ອາດຈະປະກົດຜົນເປັນຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ