ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ຈີນ

ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ຈີນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະ​ຫວ່າງ​ວັນ​ທີ 22 – 26/10, ຄະນະ​ຜູ້​ແທນ​ສະ​ມາ​ຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ​ໂດຍ​ທ່ານ​ຮອງ​ປະທານ ທັງ​ເປັນ​ເລຂາ​ທິການ ດົນ​ຕວນຟອງ ນຳ​ໜ້າ, ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຈີນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ ລິ໋ຈາວ​ຈິ່ງ, ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ຫົວໜ້າ​ສະມາຄົມ​ຕິດ​ຕໍ່​ມິດຕະພາບ​ສາກົນ​ຈີນ. ທີ່​ບັນດາ​ການ​ພົບ​ປະ ​ແລະ ​ເຈລະຈາກັບສະມາຄົມ​ຕິດ​ຕໍ່​ມິດຕະພາບ​ສາກົນ​ຈີນ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ, ​ແລກປ່ຽນ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງປະຊາຊົນ 2 ປະ​ເທດ. ​ໃນ​ໄລຍະ​ເຮັດ​ວຽກ​ຢູ່​ປັກ​ກິ​ງ, ຄະນະ​​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບການ​ຕ່າງປະ​ເທດປະຊາຊົນ​ຈີນ. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ສົມທົບ​ກັນ​ຈັດ​ຕັ້ງການ​ເຄື່ອນ​ໄຫວຕ່າງໆ​ໃນ​ປີ 2014 – 2015 ຕາມ​ຂໍ້​ຕົກລົງ​ລະຫວ່າງ 2 ອົງການ. ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ​ກໍ່​ໄດ້​ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ຄ້າ​ຈີນ; ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຕິດ​ຕໍ່​ມິດຕະພາບ​ສາກົນແຂວງ ກວາງ​ຕຸ​ງ ​ແລະ ບາງ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ