ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ

(VOVWORLD) - ວັນທີ 29 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດ ຫວຽດນາມ ເປັນເອກະພາບ. 
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ - ảnh 1ທ່ານ ເລຂາທິການໃຫຍ່  ໂຕເລິມ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ເພື່ອເພີ່ມພູນຄູນສ້າງ, ປົກປັກຮັກສາສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນແກ່ນ, ເກີດດອກອອກຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ສອງປະເທດ ເຄີຍຄຽງບ່າຄຽງໄຫຼ່ຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດໃນເມື່ອກ່ອນແລ້ວ, ປັດຈຸບັນ ກໍຈະສືບຕໍ່ໜູນຊ່ວຍກັນພັດທະນາເສດຖະກິດ - ສັງຄົມ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ - ảnh 2ບັນຍາກາດການພົບປະ

        ການນຳສອງທ່ານຢັ້ງຢືນວ່າ ໃນບໍ່ວ່າເງື່ອນໄຂກໍລະນີໃດ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ຈະໃຫ້ບຸລິມະສິດແກ່ກັນ, ສືບຕໍ່ເພີ່ມພູນຄູນສ້າງ, ຖະໜຸຖະໜອມ ແລະ ພັດທະນາສາຍພົວພັນຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນແກ່ນ, ເພື່ອພ້ອມກັນກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດແຫ່ງຊາດ ແລະ ພັດທະນາຢ່າງວັດທະນາຖາວອນຂອງສອງປະເທດ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ - ảnh 3ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)
  ຕອນບ່າຍວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ