ເວທີປາໄສສົ່ງເສີມການຄ້າການລົງທຶນຫວຽດນາມ-ຍີ່ປຸ່ນ
ເວທີປາໄສການຄ້າຫວຽດນາມ - ຍີປຸ່ນ
ພາບປະກອບ:internet
|
(vovworld)- ມີວິສາຫະກິດຍີ່ປຸ່ນ ແລະ ຫວຽດນາມ 200 ແຫ່ງເຄື່ອນໄຫວໃນຫລາຍຂົງເຂດໄດ້ເຂົ້າຮ່ວມເວທີປາໄສ “ສົ່ງເສີມການຄ້າການລົງທຶນຫວຽດນາມ-ຍີ່ປຸ່ນ ” ຖືກຈັດຂຶ້ນຢູ່ນະຄອນ ໂຮ່ຈິມີນ.
ດ້ວຍຮູບການເຊື່ອມຈອດໂດຍກົງ, ເວທີປາໄສໄດ້ຊ່ວຍໃຫ້ບັນດາວິສາຫະກິດສອງປະເທດພົບປະສົນທະນາ, ຊອກຮູ້ຂໍ້ມູນຂ່າວ, ຄວາມຕ້ອງການຂອງຕະຫລາດສົ່ງອອກ, ເປີດທິດໃຫມ່ເພື່ອຍູ້ແຮງການສົ່ງອອກໃຫ້ແກ່ບັນດາວິສາຫະກິດຢູ່ ນະຄອນ ໂຮ່ຈິມີນ ແລະ ບັນດາແຂວງໃກ້ຄຽງເຂົ້າຕະຫລາດ ຍີ່ປຸ່ນ,ສ້າງກາລະໂອກາດສົ່ງເສີມການລົງທຶນໃຫ້ແກ່ທັງສອງຝ່າຍ. ທ່ານນາງ ຟໍນາມເຟື້ອງ, ຜູ້ອຳນວຍການສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:
“ເວທີປາໄສໄດ້ຮັບການຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນການເຄື່ອນໄຫວສຳຄັນເພື່ອສ້າງການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ. ຜ່ານນັ້ນ ພວກເຮົາມີຄວາມເຂົ້າໃຈກວ່າບັນດານະໂຍບາຍ, ທິດທາງ ແລະ ບຸລິມະສິດການລົງທຶນໃນອະນາຄົດຂອງຫວຽດນາມສຳລັບຍີ່ປຸ່ນ ເພື່ອດຶງດູດການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຍ່ີປຸ່ນຢູ່ຕະຫລາດຫວຽດນາມນັບມື້ນັບຫລາຍກວ່າ.”