ເສດຖະກິດຂອງນະຄອນໂຮ່ຈິມິນ ສືບຕໍ່ເຕີບໂຕ ຢ່າງໝັ້ນຄົງ
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ
ເຮັດວຽກກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 27/05, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ກ່ຽວກັບສະພາບເສດຖະກິດສັງຄົມ ໃນ 5 ເດືອນຕົ້ນປີ ແລະ ການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ແຕ່ຕົ້ນປີມາຮອດປະຈຸບັນ, ສະພາບເສດຖະກິດສັງຄົມຂອງນະຄອນໂຮ່ຈິມິນ ສືບຕໍ່ໝັ້ນຄົງ, ເສດຖະກິດເຕີບໂຕເປັນຢ່າງດີ, ລາຍຮັບງົບປະມານບັນລຸ 46% ຂອງແຜນການປີ, ວົງເງິນສົ່ງອອກບັນລຸເກືອບ 2,8 ລ້ານ USD ເພີ່ມຂຶ້ນເກືອບ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ການດຶງດູດທຶນຈາກຕ່າງປະເທດບັນລຸ 739 ລ້ານ USD, ເພີ່ມຂຶ້ນເກືອບ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ມີລັດວິສາຫະກິດ 79 ແຫ່ງໄດ້ຫັນເປັນຫຸ້ນສ່ວນ ແລະ ໃນປີ 2014 – 2015 ຈະຫັນລັດວິສາຫະກິດເຕີ່ມອີກ 30 ແຫ່ງເປັນຫຸ້ນສ່ວນ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ຕີລາຄາສູງສະພາບດຶງດູດການລົງທຶນຈາກຕ່າງປະເທດຂອງນະຄອນ, ພ້ອມທັງສະເໜີເຮັດແຈ້ງຄວາມຫຍຸ້ງຍາກຂອງວິສາຫະກິດ 30 ແຫ່ງທີ່ຈະຫັນເປັນຫຸ້ນສ່ວນ ໃນໄລຍະປີ 2014 – 2015 ແລະ ທິດທາງແກ້ໄຂຂອງນະຄອນ ເພື່ອພ້ອມກັບສູນກາງແກ້ໄຂ ແນໃສ່ປະຕິບັດສຳເລັດໄດ້ຈຸດໝາຍທີ່ໄດ້ວາງອອກ.