ທ່ານບຸ່ຍວັນແທກ-ຮອງຫົວໜ້າຄະນະເສດຖະກິດສູນກາງ
(ພາບ: Thanh Liêm/Vietnam+)
(vovworld)- ຕອນເຊົ້າວັນທີ 16/1, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດການໂອ້ລົມສົນທະນາທີ່ມີຫົວເລື່ອງວ່າ:“ເສດຖະກິດຫວຽດນາມປີ 2013 ແລະ ແງ່ຫວັງປີ 2014“. ກ່າວຄຳເຫັນນະທີ່ນີ້, ທ່ານບຸ່ຍວັນແທກ, ຮອງຫົວໜ້າຄະນະເສດຖະກິດສູນກາງເນັ້ນໜັກວ່າ: ປີ 2014, ເສດຖະກິດໂລກ ຈະກະທົບຕໍ່ເສດຖະກິດຫວຽດນາມ ຢ່າງຕັ້ງໜ້າ, ຍ້ອນວ່າ: ພື້ນຖານເສດຖະກິດທີ່ມີຫຼາຍຄູ່ຮ່ວມມືຂອງຫວຽດນາມ ຈະຟື້ນຕົວເປັນຢ່າງດີກ່ວາ. ລະອຽດຄື: ບັນດາພື້ນຖານເສດຖະກິດອັນດັບໜຶ່ງຍັງຄົງສືບຕໍ່ມີການເຕີບໂຕສູງພໍສົມຄວນຄື: ຈີນ, ອາເມລິກາ. ຄຽງຄູ່ກັນນັ້ນ, ພາກພື້ນບັນດາປະເທດໃຊ້ສະກຸນເງິນເອີໂຣລວມ ເລີ່ມແກ້ໄຂຄວາມຫຍຸ້ງຍາກຈາກໜີ້ສາທາລະນະ, ສືບຕໍ່ການເຕີບໂຕປະມານ 1%. ຄາດວ່າ, ບັນດານະໂຍບາຍລົງທຶນໂດຍກົງຈາກຕ່າງປະເທດກໍ່ໄດ້ຮັບການຍູ້ແຮງກ່ວາ, ໂດຍສະເພາະແມ່ນອາເມລິກາ, ຍີ່ປຸ່ນ ຈະສຸມໃສ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້./.