ເສີມຂະຫຍາຍຈິດໃຈໜ້າທີ່ຮັບຜິດຊອບຂອງສັງຄົມ ເພື່ອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ

ເສີມຂະຫຍາຍຈິດໃຈໜ້າທີ່ຮັບຜິດຊອບຂອງສັງຄົມ ເພື່ອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​, ສະມາຄົມຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມດີ​ໂອ​ຊີ​ນຫວຽດນາມ ຊຸດ​ທີ 2, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01 ຕຸລາ, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຮັບຮອງ​ເອົາ​ບັນດາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 3, ອາຍຸ​ການ 2013 – 2018​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານພົນ​ໂທ ຫງວຽນ​ວັນຣີງ, ປະທານ​ສະມາຄົມຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມດີ​ໂອ​ຊີນຫວຽດນາມ (VAVA) ​ເນັ້ນ​ໜັກ​ວ່າ: ສູນ​ກາງ​ສະມາຄົມ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ຈາກບັນດາ​ສະມາຊິກ​ຄະນະ​ບໍລິຫານ​ງານ ​ແລະ ຂອງ​ຜູ້​ຕາງ​ໜ້າສະມາຄົມຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມດີ​ໂອ​ຊີ​ນ ຂອງ 38 ​ແຂວງ, ນະຄອນ ​ແລະ ຈະ​ສືບ​ຕໍ່​ຄົ້ນຄວ້າ, ສ້າງ​ເອກະສານ​ໃຫ້ສົມບູນແບບເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ​ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ ສະມາຄົມ​ຕ້ອງ​ຕັ້ງໜ້າ​ໃນ​ການ​ຍົກ​ອອກ​ຄຳ​ເຫັນ​ເພື່ອສ້າງລະບອບ, ນະ​​ໂຍບາຍ​ສຳລັບ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມດີ​ໂອ​ຊີ​ນ ​ແລະ ພະນັກງານ​ເຮັດ​ວຽກ​ໃນ​ສະມາຄົມ​ໃຫ້ສຳເລັດ; ສືບ​ຕໍ່​ເປັນ​​ແກ່ນສານ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ​ເບິ່ງ​ແຍງດູແລ, ຊ່ວຍ​ເຫຼືອຜູ້​ປະສົບ​​ເຄາະ​ຮ້າຍຈາກທາດພິດສີສົ້ມ ດີໂອຊີນ.

ຂ່າວ/ບົດ​ອື່ນ