ເອກອັກຄະລັດຖະທູດ ສ.ເກົາຫຼີ ປາດຖະໜາຢາກຊຸກຍູ້ການລົງທຶນຂອງ ສ.ເກົາຫຼີ ຢູ່ພາກກາງຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນນໍາການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່.
ເອກອັກຄະລັດຖະທູດ ສ.ເກົາຫຼີ ປາດຖະໜາຢາກຊຸກຍູ້ການລົງທຶນຂອງ ສ.ເກົາຫຼີ ຢູ່ພາກກາງຫວຽດນາມ - ảnh 1ທ່ານ  Park Noh wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: chinhphu.vn)

  ຕອນບ່າຍວັນທີ 22 ພະຈິກ, ຢູ່ສໍານັກງານລັດຖະບານ, ເມື່ອເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ, ທ່ານ  Park Noh wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມເນັ້ນໜັກວ່າ ຈະສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ ໃນປີຫວຽດນາມຮັບດໍາລົງຕໍ່າແໜ່ງເປັນປະທານ ອາຊຽນ ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃນປີ 2020. ທ່ານຈະຊຸກຍູ້ການລົງທຶນຂອງ ສ.ເກົາຫຼີ ຢູ່ພາກກາງຫວຽດນາມ.

        ຊົມເຊີຍເອກອັກຄະລັດຖະທູດ ເມື່ອມາປະຕິບັດໜ້າທີ່ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນນໍາການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມສະໜັບສະໜູນນະໂຍບາຍມຸ່ງໄປສູ່ທິດໃຕ້ ຂອງ ສ.ເກົາຫຼີ ພ້ອມທັງເນັ້ນໜັກວ່າ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ ແລະ ແຮງງານລະຫວ່າງສອງຝ່າຍ. ທ່ານກໍປາດຖະໜາວ່າ ເອກອັກຄະລັດຖະທູດ ຈະປະກອບສ່ວນເຂົ້າໃນການສ້າງຄວາມດຸ່ນດ່ຽງດຸ່ນການຄ້າສອງຝ່າຍ./.


ຕອບກັບ

ຂ່າວ/ບົດ​ອື່ນ