ເອເມລິກາ-ກຸຍບາກຳນົດເວລາຈັດຕັ້ງການເຈລະຈາຮອບທີ4

ເອເມລິກາ-ກຸຍບາກຳນົດເວລາຈັດຕັ້ງການເຈລະຈາຮອບທີ4 - ảnh 1
ເອ​ເມ​ລິ​ກາ - ກຸຍ​ບາ ກຳນົດ​ເວລາ​ຈັດ​ຕັ້ງ​ການ​ເຈລະ​ຈາ​ຮອບ​ທີ 4
(ພາບ: AFP/ TTXVN)


(vovworld) – ວັນ​ທີ 13/5, ວົງ​ການ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງຂອງ ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ໄດ້​​ແຈ້ງ​ໃຫ້​ຮູ້ວ່າ: 2 ຝ່າຍ​ຈະ​ດຳ​ເນີນ​ຮອບ​ເຈລະຈາ​ໃໝ່​ໃນ​ອາທິດ​ໜ້າ ກ່ຽວ​ກັບ​ການ​ເປີດ​ບັນດາສະຖານທູດ​ຢູ່​ນະຄອນຫຼວງ​ແຕ່ລະ​ປະ​ເທດ. ຮອບ​ເຈລະຈາ​ທີ 4 ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ຈະ​ດຳ​ເນີນ​ໃນ​ອາທິດ​ໜ້າ​ຢູ່ ວໍ​ຊິງ​ຕັນ, ບາດກ້າວ​ໃໝ່​ທີ່​ສຸດ​ໃນ​ວິວັດ​ການປັບປຸງ​ການ​ພົວພັນ​ລະຫວ່າງ ວໍ​ຊິງ​ຕັນ ​ແລະ ລາຮາ​ວານ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez ​ໄດ້​ຮັບຮອງ​ວ່າ: ຮອບ​ເຈລະຈາ​ຕໍ່​ໄປ ກ່ຽວ​ກັບ​ການສ້າງ​ສາຍພົວພັນ 2 ຝ່າຍ ອາ​ເມ​ລິ​ກາ-​ກຸຍ​ບາ ຄືນ​ໃໝ່ ​ແລະ ​ເປີດ​ບັນດາ​ສະຖານທູດ ຈະ​ດຳ​ເນີນ​ຢູ່ນະຄອນຫຼວງ​ຂອງ ອາ​ເມ​ລິ​ກາ. ​ແຕ່​ວ່າ, ທ່ານ Bruno Rodriguez ​ໃຫ້​ຮູ້​ວ່າ: ວັນ ​ແລະ ​ເວລາຈັດ​ຕັ້ງ​ຮອບ​ເຈລະຈາ​ທີ 4 ຍັງ​ບໍ່​ທັນ​ໄດ້​ກຳນົດ​ເທື່ອ. ຮອບ​ເຈລະຈາ​ທີ 3 ຫວ່າງ​ແລ້ວ​ນີ້​ໄດ້​ດຳ​ເນີນ​ໃນ​ວັນ​ທີ 17/3 ຢູ່  ລາ​ຮາ​ວານ.

ຂ່າວ/ບົດ​ອື່ນ