ແຂວງແຄ໋ງຮ່ວາ ດຶງດູດເງິນລົງທຶນ ດ້ວຍໂຄງການໄຟຟ້າ - ແກັສ LNG ກ່ານ່າ 1.500 MW
(VOVWORLD) -ໂຄງການ ໂຮງໄຟຟ້າພະລັງຄວາມຮ້ອນ ການ່າ LNG ມີນັກລົງທຶນພຽງຜູ້ດຽວທີ່ຍື່ນເອກະສານເຂົ້າຮ່ວມການປະມູນ, ນັ້ນ ແມ່ນວິສາຫະກິດຮ່ວມທຸລະກິດ ຈຸງນາມ- Sideros River, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ໂຮ່ຈິມິນ.
ໂຄງການມີທ່າກຳປັ່ນ ແລະ ສາງກັບມ້ຽນແກັສ |
ໂຄງການໂຮງໄຟຟ້າພະລັງຄວາມຮ້ອນ ການ່າ LNG ແມ່ນໜຶ່ງໃນບັນດາໂຄງການພະລັງງານທີ່ສຳຄັນທີ່ສຸດຢູ່ເຂດຕອນໃຕ້ພາກກາງ, ພວມໄດ້ຮັບການປະມູນ ແລະ ຄັດເລືອກນັກລົງທຶນໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງແຄ໋ງຮ່ວາ.
ໂຄງການ ໂຮງໄຟຟ້າພະລັງຄວາມຮ້ອນ ການ່າ LNG ມີນັກລົງທຶນພຽງຜູ້ດຽວທີ່ຍື່ນເອກະສານເຂົ້າຮ່ວມການປະມູນ, ນັ້ນ ແມ່ນວິສາຫະກິດຮ່ວມທຸລະກິດ ຈຸງນາມ- Sideros River, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນໂຮ່ຈິມິນ. ທ່ານ ໂຮ່ຊວນນິງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງແຄ໋ງຮ່ວາ ໃຫ້ຮູ້ວ່າ:
ໂຄງການ ໄຟຟ້າ-ແກັສ LNG ການ່າ ແມ່ນຈຸດທີ່ສະຫວ່າງສະໄຫວໃນການພັດທະນາພະລັງງານ. ປະຈຸບັນ, ໂຄງການດັ່ງກ່າວພວມເຂົ້າສູ່ໄລຍະສຸດທ້າຍຂອງການປະມູນ. ເມື່ອໂຄງການດັ່ງກ່າວເຂົ້າສູ່ໃຊ້ງານ, ຈະມີຄວາມຫຼາກຫຼາຍດ້ານແຫຼ່ງພະລັງງານໃນເຂດ, ປະກອບສ່ວນສຳຄັນເຂົ້າໃນການຜະລິດໄຟຟ້າປະຈຳປີຂອງແຂວງ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ. ຄາດວ່າໂຄງການຈະເຂົ້າສູ່ໃຊ້ງານກ່ອນປີ 2030