ແຮງ​ງານກວ່າ 21 ລ້ານ​ຄົນ ມີ​ວຽກ​ເຮັດ​ງານ​ທຳ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ

(VOVWORLD) - ວັນທີ 08 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ສະພາບການຕະຫຼາດແຮງງານ ຫວຽດນາມ ມີຈຸດເດັ່ນທີ່ໜ້າຮັບຮູ້ ດ້ວຍແຫຼ່ງກຳລັງແຮງງານທີ່ອຸດດົມສົມບູນ, ສ້າງເງື່ອນໄຂຕອບສະໜອງຄວາມຕ້ອງການພັດທະນາການຜະລິດ, ດຳເນີນທຸລະກິດ. ແຮງງານມີວຽກເຮັດງານທຳໃນຂົງເຂດການບໍລິການກວມເອົາອັດຕາສ່ວນສູງສຸດ ດ້ວຍເກືອບ 41%, ເທົ່າກັບ 21,2 ລ້ານຄົນ.
ແຮງ​ງານກວ່າ 21 ລ້ານ​ຄົນ ມີ​ວຽກ​ເຮັດ​ງານ​ທຳ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ - ảnh 1ແຜນວາດລາຍຮັບຂອງແຮງງານ ຫວຽດນາມ ໃນໄຕມາດ II/2025 ທຽບໃສ່ໄລຍະດຽວກັນຂອງປີກ່ອນ, ໄລຍະ  2021 - 2025 (ພາບ: ກົມສະຖິຕິ)

ໃນໄຕມາດທີ II ປີ 2025, ກຳລັງແຮງງານມີວຽກເຮັດງານທຳເຮັດວຽກຢູ່ຕົວເມືອງແມ່ນກວ່າ 20 ລ້ານຄົນ, ແຮງງານເຮັດວຽກຢູ່ເຂດຊົນນະບົດກວ່າ 31 ລ້ານຄົນ, ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫຼາດແຮງງານຮັກສາທ່າເຕີບໂຕເປັນປົກກະຕິ ແລະ ດຸ່ນດ່ຽງພໍສົມຄວນ. ທ່ານນາງ ຫງວຽນທິແທັງມາຍ, ຮອງພະແນກສະຖິຕິປະຊາກອນ ແລະ ແຮງງານ, ກົມສະຖິຕິ, ຖືວ່າ ບັນດານະໂຍບາຍສະຫວັດດີການສັງຄົມ ແລະ ການຄຸ້ມຄອງໜູນຊ່ວຍແຮງງານ ພວມຄ່ອຍໆເສີມຂະຫຍາຍປະສິດທິພາບ, ປະສິດທິຜົນ. ຈຳນວນແຮງງານໄດ້ຮັບປະກັນລາຍຮັບ, ສະຫວັດດີການ, ປະກັນໄພໄດ້ເປັນຢ່າງດີກວ່າ:

        “ລາຍຮັບສະເລ່ຍຂອງແຮງງານໃນໄຕມາດທີ II ປີ 2024 ແມ່ນ 7,5 ລ້ານດົ່ງ (300 USD)  ແຕ່ໄລ່ຮອດໄຕມາດທີ II ປີ 2025 ນີ້ ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 8,2 ລ້ານດົ່ງ (330 USD), ເພີ່ມຂຶ້ນ 10,7%. ລະດັບການເພີ່ມຂຶ້ນນີ້ໄດ້ປະກົດໃນທຸກຂົງເຂດເສດຖະກິດ - ສັງຄົມ ໃນທົ່ວປະເທດ ແລະ ຢູ່ທັງ 3 ຂົງເຂດເສດຖະກິດ: ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ, ໃນນັ້ນ ປະທັບໃຈທີ່ສຸດແມ່ນລະດັບການເພີ່ມຂຶ້ນຢູ່ຂົງເຂດການບໍລິການ ດ້ວຍ 11,7%”.

ຕອບກັບ

ຂ່າວ/ບົດ​ອື່ນ