ໂຄສະນາຄວາມງາມພິເສດຂອງຖ້ຳເຊີນດ່ອງຢູ່ສິງກະໂປ

ໂຄສະນາຄວາມງາມພິເສດຂອງຖ້ຳເຊີນດ່ອງຢູ່ສິງກະໂປ - ảnh 1
(ຖ້ຳເຊີນ​ດ່ອງທີ່​ຂຶ້ນ​ກັບ​ມໍລະ​ດົກ​ທຳ​ມະ​ຊາດ​ໂລກ
ຟອງ​ຍາ - ​ແກ​ບ່າງ (​ແຂວງ​ກວາງ​ບິ່ງ)


​(vovworld) - ວັນ​ທີ 04/06 ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ຮ່ວາງ​ຕວນ​ແອ​ງ ຈະ​ໄປ​ສິງກະ​ໂປ ​​ເຂົ້າ​ຮ່ວມ Sea Games 28, ​ເພື່ອລະດົມ​ກຳລັງ​ໃຈ​​ນັກ​ກິລາ​ຫວຽດນາມ. ນອກຈາກ​ນັ້ນ, ທ່ານ​ລັດຖະມົນຕີ​ ຮ່ວາງ​ຕວນ​ແອ​ງ ຈະ​ຊີ້ນຳ​ໂດຍ​ກົງ ​ແລະ ປຸກລະດົມ​ລາຍການ​ໂຄສະນາ​ການທ່ອງທ່ຽວ​ຫວຽດນາມ ຢູ່​ສິງກະ​​ໂປ; ພິ​ເສດ​ແມ່ນ​ໂຄສະນາ​ກ່ຽວກັບ​ຖ້ຳ ​ເຊີນ​ດ່ອງ ທີ່​ຂຶ້ນ​ກັບ​ມໍລະ​ດົກ​ທຳ​ມະ​ຊາດ​ໂລກ ຟອງ​ຍາ - ​ແກ​ບ່າງ (​ແຂວງ​ກວາງ​ບິ່ງ) ​ເຖິງ​ນັກ​ກິລາ, ນັກ​ທ່​ອງທ່ຽວ​ສາກົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຂົ້າ​ຮ່ວມ Sea Games 28. ຕາມ​ແຜນການ, ທ່ານ​ລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ຈະ​ມີ​ການ​ເຮັດ​ວຽກ​ກັບ​​ລັດຖະມົນຕີ​ວ່າການການ​ຄ້າ ​ແລະ ອຸດສາຫະກຳ​ສິງກະ​ໂປ ກ່ຽວ​ກັບ​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ 2 ປະ​ເທດ. ​ໃນ​ລາຍການ​ໂຄສະນາ​ຄັ້ງ​ນີ້,  ທ່ານ Howard Limbert, ຫົວໜ້າຄະນະ​ພະ​ຈົນ​ໄພຖ​້ຳ ​ເຊີນ​ດ່ອງ ຈະ​​ໂຄສະນາກ່ຽວ​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອ​ງທ່ຽວ​ຖ້ຳ​ແຂວງ​ກວາງ​ບິ່ງ ​ແລະ ​ແຜນການ​ຖ່າຍ​ທຳ​ຮູບ​ເງົາ​ໂຄສະນາ​ຖ້ຳ​ ​ເຊີນດ່ອງ ຂອງ​ຊ່ອງ​ Channel 5 ໂທລະພາບ​ສິງກະ​ໂປ.

ຂ່າວ/ບົດ​ອື່ນ