ໂລກຄວນຖອດຖອນບົນຮຽນຈາກໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ໄທ
(ພາບ: news.go.vn)
ວັນທີ 16 ພະຈິກ, ທ່ານ Ban Ki Mun ເລຂາທິການໃຫຍ່ ສປຊ ຖືວ່າ: ໂລກຄວນຖອດຖອນບົນຮຽນຈາກໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ໄທ ແລະ ຮຽກຮ້ອງໃຫ້ບັນດາການນຳໂລກຕ້ອງມີການເຄື່ອນໄຫວໂດຍໄວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່າວຄຳເຫັນໃນການປະຊຸມຂ່າວຮ່ວມ ກັບທ່ານນາງ ຍິ່ງຣັກ ຊີນະວັດ ນາຍົກລັດຖະມົນຕີໄທ ຢູ່ບາງກອກປະເທດໄທ, ທ່ານເລຂາທິການໃຫຍ່ ສປຊ Ban Ki Mun ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບັນດາປະເທດສະມາຊິກ ຄວນສະຫງວນຈຳນວນເງິນ 30 ຕື້ໂດລາສະຫະລັດ ແຕ່ນີ້ຮອດທ້າຍປີ 2012 ເພື່ອຊ່ວຍເຫຼືອບັນດາປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕາມຄຳໝັ້ນສັນຍາຊຶ່ງບັນດາການນຳໂລກ ໄດ້ລົງມານຢູ່ Copenhagen ປະເທດແດນມາກເມື່ອປີ 2009.