ໄຂກອງປະຊຸມຂັ້ນສູງ ດຳເນີນທຸລະກິດ ແລະ ລົງທຶນອາຊຽນ

ໄຂກອງປະຊຸມຂັ້ນສູງ ດຳເນີນທຸລະກິດ ແລະ ລົງທຶນອາຊຽນ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​ດຳ​ເນີນ​ທຸລະ​ກິດ ​ແລະ ​ລົງທຶນ​ອາ​ຊຽນ (ABIS) ຄັ້ງ​ທີ 10 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 20 ສິງຫາ, ຢູ່ສູນ​ກອງ​ປະຊຸມ​ສາກົນ​​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣຸ​ໄນ. ຈຸດໝາຍ​ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ​ຍົກ​ສູງ​ຄວາມ​ດຶງ​ດູດ​ຂອງ​ອາ​ຊຽນ ​​ເປັນພາກ​ພື້ນ​​ແຫ່ງ​ການ​ຄ້າ ​ແລະ ການ​ລົງທຶນ, ພ້​ອມທັງ​ເພີ່ມລັກສະນະ​ແກ່ງ​ແຍ້ງ​ໃນ​ພາກ​ພື້ນ. ​ໃນ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ບຣຸ​ໄນ Hassanal Bolkiah ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ແມ່ນ​ເສົາ​ຄ້ຳ​ທີ່​ສຳຄັນ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ອາ​ຊຽນ, ສ້າງ​ພື້ນຖານ​ທີ່​ຫຼັກ​ແຫຼ່ງ​ໃຫ້​ຈຸດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ທ່ານ​​ໄດ້​ຖະ​ແຫຼ​ງວ່າ ອາ​ຊຽນ ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມ​ໃໝ່ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ດຳ​ເນີນ​ທຸລະ​ກິດ, ພິ​ເສດ​​ແມ່ນສຳລັບ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ດ້ວຍ​ການ​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ​ສຳລັບ​ການ​ເຊື່ອມ​ໂຍງ ​ແລະ ປັບປຸງ​ຄວາມ​ຂະ​ຫຍັນຂັນ​ເຄື່ອນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ.
ຂ່າວ/ບົດ​ອື່ນ