ໄຂ​ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ ຫວຽດນາມ ຄັ້ງ​ທີ 4

ໄຂ​ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ ຫວຽດນາມ ຄັ້ງ​ທີ 4 - ảnh 1
ພິທີ​ໄຂ​ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ​ ຫວຽດນາມ ຄັ້ງ​ທີ 4
ພາບ:baolaodong.vn

(vovworld) -  ​ ຕອນ​ຄຳ່​ວັນ​ທີ 1/8 ຢູ່ ນະຄອນ Quy Nhon, Binh Dinh ​ໄດ້​ດຳ​ເນີນພິທີ​ໄຂ​ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ​ຄັ້ງ​ທີ 4. ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ ຫວຽດນາມ​ຄັ້ງ​ທີ 4 ມີ​​ຄະນະ​ມວຍ​ສາກົນ 53 ຄະນະ ດ​້ວຍນັກ​ມວຍ 300 ຄົນ ທີ່​ມາ​ຈາກ 26 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຢູ່​ໃນ​ໂລກ ​ແລະ ຄະນະ​ມວຍ​ພື້ນ​ເມືອງ​ຫວຽດນາມ 40 ຄະນະ. ກ່າວ​ຄ​ຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ແຂວງ Binh Dinh ​ໄດ້​ຈັດ​ຕັ້ງ​ງານ​ມະຫາ​ກຳ​ຄື​ດັ່ງກ່າວ​ເປັນ 3 ຄັ້ງ​ສຳ​ເລ​ັດຜົນ​ແລ້ວ ​ແລະ ​ໄດ້​ສ້າງ​ອິດ​ທິພົນ​ຊື່​ສຽງ​ຕໍ່​ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສູ​ງສົ່ງ​ຂອງມວຍ​ພື້ນ​ເມືອງ​ຫວຽດນາມ. ງານ​ມະຫາ​ກຳ​ຄັ້ງ​ນີ້​ ສະ​ແດງ​ໃຫ້​ເຫັນມວຍ​ພື້ນ​ເມືອງ ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ​ແຜ່​ຂະຫຍາຍ​ອອກ​ສູ່​ວົງ​ກວ້າງ.”

ຂ່າວ/ບົດ​ອື່ນ