(vovworld) - ພິທີໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ເຊິ່ງແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ບັນດາການເຄື່ອນໄຫວໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16/7 ຢູ່ ຮ່າໂນ້ຍຢ່າງສົມກຽດ.
ອ່ານສູນທອນພົດໄຂງານມະໂຫລານ, ທ່ານ Vu Trong Kim, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຮັບຮູ້ຢ່າງເລິກເຊິ່ງໄດ້ວ່າ: ສືບຕໍ່ສ້າງສາ, ປັບປຸງ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ແມ່ນຄວາມຮັບຜິດຊອບລວມຂອງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງ ແລະ ປະຊາຊົນ 2 ປະເທດແຕ່ລະຄົນ, ໃນນັ້ນມີບັນດາອົງການມິດຕະພາບຂອງ 2 ປະເທດພວກເຮົາ”
ສ່ວນທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ຢືນຢັນວ່າ: ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ແມ່ນການເຄື່ອນໄຫວມີຄວາມໝາຍໃນປີແຫ່ງຄວາມສາມັກຄີ - ມິດຕະພາບຫວຽດນາມ - ລາວ 2012, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ທ່ານ ພັນຄຳ ວິພາວັນ ເວົ້າວ່າ