ໄຂງານມະໂຫລານສິລະປະຂັບແທນ,ພິນຕິ໋ງທົ່ວປະເທດ

(VOVWORLD) - ງານບຸນຂັບແທນ, ພິນຕິ໋ງ ຂອງບັນດາຊົນເຜົ່າ ໄຕ - ນຸ່ງ - ຜູ້ໄທທົ່ວປະເທດຄັ້ງທີ 6 ໄດ້ສະແດງກຳລັງແຮງມະຫາສາມັກຄີ, ຍົກສູງນ້ຳຄວາມເອກອ້າງທະນົງໃຈຂອງຊາດ
ໄຂງານມະໂຫລານສິລະປະຂັບແທນ,ພິນຕິ໋ງທົ່ວປະເທດ - ảnh 1ພິທີໄຂງານບຸນ

ຕອນຄ່ຳວັນທີ 13 ພຶດສະພາ, ຢູ່ນະຄອນ ຮ່າຢາງ, ໄດ້ໄຂງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດຄັ້ງທີ  6  ປີ 2018 ແລະ ປະກາດແຜນຜັງເຂດທ່ອງທ່ຽວແຫ່ງຊາດເຂດພູພຽງຫີນ ດົ່ງວັນ, ແຂວງ ຮ່າຢາງ. ເຊິ່ງຈັດຕັ້ງໃນວັນທີ 13 – 14 ພຶດສະພາ, ງານມະໂຫລານໄດ້ມີການເຂົ້າຮ່ວມຂອງບັນດາຄະນະສິລະປະກອນທີ່ມາຈາກ 14 ແຂວງລວມມີ: ຮ່າຢາງ, ຕວຽນກວາງ, ກາວບັ່ງ, ບັກກ້ານ, ລ້າງເຊີນ…

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ: ງານບຸນຂັບແທນ, ພິນຕິ໋ງ ຂອງບັນດາຊົນເຜົ່າ ໄຕ - ນຸ່ງ - ຜູ້ໄທທົ່ວປະເທດຄັ້ງທີ 6 ໄດ້ສະແດງກຳລັງແຮງມະຫາສາມັກຄີ, ຍົກສູງນ້ຳຄວາມເອກອ້າງທະນົງໃຈຂອງຊາດ:

        “ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າ; ເຊີດຊູບັນດາປະເພດວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ໄຕ - ນຸ່ງ - ຜູ້ໄທ. ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ໃນການຮັກສາ, ເສີມຂະຫຍາຍ, ປະດິດຄິດສ້າງບັນດາຄຸນຄ່າວັດທະນະທຳໃໝ່… ເພື່ອແນໃສ່ສ້າງສາ, ພັດທະນາວັດທະນະທຳ, ປະຊາຊົນ ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ.”

ໄຂງານມະໂຫລານສິລະປະຂັບແທນ,ພິນຕິ໋ງທົ່ວປະເທດ - ảnh 2 ປະກາດຂໍ້ຕົກລົງອະນຸມັດຜ່ານແຜນຜັງສັງລວມໃນການພັດທະນາເຂດທ່ອງທ່ຽວແຫ່ງຊາດເຂດພູພຽງຫີນດົ່ງວັນ, ແຂວງ ຮ່າຢາງ ຮອດປີ 2025, ວິໄສທັດຮອດປີ 2030

       ທີ່ພິທີໄຂ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ໄດ້ປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີອະນຸມັດຜ່ານແຜນຜັງສັງລວມໃນການພັດທະນາເຂດທ່ອງທ່ຽວແຫ່ງຊາດເຂດພູພຽງຫີນດົ່ງວັນ, ແຂວງ ຮ່າຢາງ ຮອດປີ 2025, ວິໄສທັດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ