ໄຂງານມະໂຫລານ ມິດຕະພາບ ປຊຊ ຫວຽດນາມ -ອິນເດຍຄັ້ງທີ 6

ໄຂງານມະໂຫລານ ມິດຕະພາບ ປຊຊ ຫວຽດນາມ -ອິນເດຍຄັ້ງທີ 6 - ảnh 1
(ພາບ:
vietnamplus.vn)

 (vovworld)-​​​​ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ອິນ​ເດຍ ​ແມ່ນ​ຊັບ​ສົມບັດ​ລວມອັນ​ລ້ຳຄ່າ​ຂອງ​ສອງ​ຊາດ. ພົນລະ​ເມືອງຫວຽດນາມ-​ອິນ​ເດຍ ທຸກ​ຄົນຕ້ອງ​ເຄົາລົບ, ມີ​ຄວາມ​ຮັບຜິດຊອບຮັກສາ ​ແລະ ​ເສີມ​ຂະຫຍາຍ​ຊັບ​ສົມບັດ​ ທີ່​ມີຄ່າ​ດັ່ງກ່າວ. ນັ້ນ​ແມ່ນ​ສານ​ໄດ້​ຍົກ​ອອກ​ມາ​ທີ່ງານ​ມະ​ໂຫລານ​ມິດຕະພາບ ປຊຊ ຫວຽດນາມ-​ອິນ​ເດຍ ຄັ້ງທີ 6 ​ຊື່​ງ​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 21/10 ຢູ່​ຮ່າ​ໂນ້ຍ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮ່າມິ​ເຮ້ວ (Hà Minh Huệ) ຮອງປະທານ​ສະມາຄົມ​ມິດ​ຕະພາບ ຫວຽດນາມ-​ອິນ​ເດຍ ຊີ້​ແຈງ​ວ່າ: ງານ​ມະ​ໂຫລານ​ແມ່ນ​ໂອກາດ​ເພື່ອ​ໃຫ້ ປຊຊ ສອງ​ປະ​ເທດ​ປຶກສາ​ຫາລື, ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ປຊຊ ສອງ​ປະ​ເທດ​ເວົ້າລວມ ​ແ​ລະ ອົງການ​ຈັດຕັ້ງ ປຊຊ ສອງ​ປະ​ເທດ​ເວົ້າສະ​ເພາະ, ປະກອບສ່ວນ​ເຮັດ​ໃຫ້​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ​ປະກົດ​ຜົນ​ເປັນ​ຈິງ.

  ​ໃນ​ສານ​ສົ່ງ​ເຖິງ​ງານ​ມະ​ໂຫລານ, ທ່ານ Devi Prassad Tripathi ​ເລຂາທິການ​ໃຫ່ຍ​ພັກ​ຄອງ​ເກດ, ຮອງ​ປະ​ທ່ານ​ອົງການ​ສັນຕິພາບ ​ແລະ ສາມັກຄີ​ທົ່ວ​ປະ​ເທດ​ອິນ​ເດຍ ​ເນັ້ນນັກ​ວ່າ:

   “​ໃນ​ສະພາບ​ການ​ທີ່​ທົ່ວ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ນັ້ນ, ຕ້ອງ​ເພີ່ມ​ທະວີ ​ແລະ​ ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ. ການ​ພົບ​ປະຄັ້ງຕ່າງໆ​ຂັ້ນລັດຖະບານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນແຕ່​ຍັງ​ບໍ່​ທັນ​ພຽງພໍ​ເທື່ອ. ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2007 ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອິນ​ເດຍ-ຫວຽດນາມ ​ແລະ ການ​ພົວພັນ​ນີ້​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຫຼາຍກ່ວາ​ອີກ​ໃນ​ທັງ​ເສ​ທີ​ປາ​ໄສ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າ​ຍ, ພິ​ເສດ​ແມ່ນ​ຕ້ອງ​ພັດທະນາ​ການ​ພົວພັນ ປຊຊ“.

ຂ່າວ/ບົດ​ອື່ນ