ໄຂງານວາງສະແດງ ເຕັກໂນໂລຊີຕໍ່ກຳປັ່ນ, ການເດີນທະເລ ແລະ ຂົນສົ່ງສາກົນຄັ້ງທີ 7 (Vietship2014)

ໄຂງານວາງສະແດງ ເຕັກໂນໂລຊີຕໍ່ກຳປັ່ນ, ການເດີນທະເລ ແລະ ຂົນສົ່ງສາກົນຄັ້ງທີ 7 (Vietship2014) - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເຂົ້າຮ່ວມງານວາງສະແດງ
ພາບ:internet


(vovworld) - ງານ​ວາງສະ​ແດງ​ດັ່ງກ່າວ​ໂດຍ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/2 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ມີ​ຮ້ານ​ວາງສະ​ແດງ​ຂອງ​ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ພາຍ​ໃນ ​ແລະ ຕ່າງປະ​ເທດກວ່າ 200 ຮ້ານ, ​ໃນ​ນັ້ນ​ກວ່າ​ເຄິ່ງຫນຶ່ງ​ແມ່ນ​ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ສາກົນ​ມາ​ຈາກ​ບັນດາ​ປະ​ເທດ​ທີ່ມີພື້ນຖານ​ອຸດສາຫະກຳ​ກຳ​ປັ່ນ​ພັດທະນາ​ທີ່ສຸດຂອງໂລກ​ຄື: ຍີ່ປຸ່ນ, ສ​ເກົາຫລີ, ຈີນ, ​ໂຮ​ນລັງ, ນອກ​ແວ, ສິງກະ​ໂປ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ດີງລາ​ທັງ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ​ເວົ້າວ່າ:

“ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຜ່ານ​ງານ​ວາງສະ​ແດງ VietShip 2014, ບັນດາ​ວິ​ສາ​ຫະກິດ, ຄູ່​ຮ່ວມ​ມື, ​ລູກ​ຄ້າ ຈະ​ສືບ​ຕໍ່​ຊອກ​ໄດ້​ບັນດາ​ກາລະ​ໂອກາດ​ລົງທຶນ​ໃຫມ່. ພິ​ເສດ ​ແມ່ນ​ກາລະ​ໂອກາດ​ລົງທຶນ​ຢູ່​ຕະຫລາດ​ຫວຽດນາມ​ກໍ​ຄື ຫວຽດນາມ ຈະ​ຊອກ​ໄດ້​ບັນດາ​ລູກ​ຄ້າ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ລົງ​ນາມ​ໃນ​ບັນດາ​ສັນຍາ​ເສດຖະກິດ​ສະບັບ​ໃຫມ່​ໄດ້. ຜ່ານ​ນັ້ນ ສອງ​ຝ່າຍ​ຈະ​ສ້າງ​ເງື່ອນ​ໄຂ, ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ກັນ ພ້ອມ​ກັນ​ພັດທະນາ.”

 



ຂ່າວ/ບົດ​ອື່ນ