ໄຂເວທີປາໄສຮ່ວມມືເສດຖະກິດ ອາຊີ ຂຶ້ນ ຢູ່ ແຂວງບິ່ງເຢືອງຂອງຫວຽດນາມ

(VOVWORLD) -“ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາຄູ່ຮ່ວມມື ແລະ ປະເທດເພື່ອນມິດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລົງທຶນ ເພື່ອເປົ້າໝາຍ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ອາຊຽນ, ອາຊີ ແລະ ໂລກ”.

        ດ້ວຍຫົວຂໍ້ “ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ”, ເວທີປາໄສຮ່ວມມືເສດຖະກິດ ອາຊີ ປີ 2019 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ແຂວງບິ່ງເຢືອງ ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງ ແລະ ຜູ້ອໍານວຍການຝ່າຍບໍລິຫານວິສາຫະກິດ ທີ່ມາຈາກບັນດາກຸ່ມບໍລິສັດເສດຖະກິດຂອງກວ່າ 60 ປະເທດໃນໂລກ ແລະ ບັນດາວິສາຫະກິດແຖວໜ້າຂອງຫວຽດນາມ.

ໄຂເວທີປາໄສຮ່ວມມືເສດຖະກິດ ອາຊີ ຂຶ້ນ ຢູ່ ແຂວງບິ່ງເຢືອງຂອງຫວຽດນາມ - ảnh 1ການນໍາຂັ້ນສູງ ແລະ ຜູ້ອໍານວຍການຝ່າຍບໍລິຫານວິສາຫະກິດ ທີ່ມາຈາກບັນດາກຸ່ມບໍລິສັດເສດຖະກິດຂອງກວ່າ 60 ປະເທດໃນໂລກ ແລະ ບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ເຂົ້າຮ່ວມເວທີປາໄສ (ພາບ: baodautu.vn) 

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ປີ 2020, ຫວຽດນາມ ຈະແບກຫາບໜ້າທີ່່ສໍາຄັນນັ້ນແມ່ນເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 2021; ພ້ອມທັງ ຮັບບົດບາດເປັນປະທານອາຊຽນ. ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາຄູ່ຮ່ວມມື ແລະ ປະເທດເພື່ອນມິດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລົງທຶນ ເພື່ອເປົ້າໝາຍ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ອາຊຽນ, ອາຊີ ແລະ ໂລກ”.


ຕອບກັບ

ຂ່າວ/ບົດ​ອື່ນ