ໄລຍະຫຍຸ້ງຍາກທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມອາດຈະສິ້ນສຸດແລ້ວ

ໄລຍະຫຍຸ້ງຍາກທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມອາດຈະສິ້ນສຸດແລ້ວ - ảnh 1
ພາບປະກອບ:internet


(vovworld)- ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດ​ຖະກິດ​ຫວຽດນາມ“Vietnam at a galance” ​ໂດຍ​ທະນາຄານ HSBC ປະກາດ. ຕາມ​ນັ້ນ​ແລ້ວ,​ບັນດາ​ຖານ​ຂໍ້​ມູນ​ດ້ານເສດຖະກິດ​​ສະ​ແດງໃຫ້​ເຫັນ​ ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ ​ແລະ ພວມ​ພັດທະນາ​ເທື່ອ​ລະ​ກ້າວ. ບົດ​ລາຍ​ງານ​ຂອງ HSBC ຊີ້​ອອກ​ວ່າ: ດັດຊະນີ​ນັກ​ຄຸ້ມ​ຄອງ​ຊື້​ສິນຄ້າ (PMI) ຂອງ​ຫວຽດນາມ ​ໃນ​ເດືອນ 9 ​ໄດ້​ເພີ່ມ​ຂຶ້ຶ້ນຢູ່​ໃນ​ລະດັບ 51,5 ຄະ​ແນນ ຍ້ອນ​ຄວາມ​ຕ້ອງການ​ຊື້​ສິນຄ້າ​ຢູ່​ບັນດາ​ຕະຫລາດ​ສົ່ງ​ອອກ​ສຳລັບ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ​ສູງ, ​ໃນ​ຂະນະ​ນັ້ນ ດັດ​ຊະນີ​ໃນ​ເດືອນ 8 ພຽງ​ຢູ່​ໃນ​ລະດັບ 49,4 ຄະ​ແນນ. ສະພາບ​​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ​ໄດ້​ມີ​ການ​ປັບປຸງ​ຫລາຍ​ຢ່າງ, ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ກວ່າ 1% ​ໃນ​ 9 ເດືອນ  ​ແລະ ຄາດ​ຄະ​ເນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ. ການ​ຂາດ​ດຸນ​ການ​ຄ້າ​ໃນ​ເດືອນ 9 ຕົ້ນ​ປີ 2013 ຂອງ​ຫວຽດນາມ ຢູ່​ໃນ​ລະດັບ​ຕຳ່ 124 ລ້າ​ນ USD. ບົດ​ລາຍ​ງານ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດນາມ ຈະ​ບັນລຸ​​ລະດັບເກີນ​ດຸນ​ການ​ຄ້າ​ໃນ​ປີ​ນີ້, ຫນູນ​ຊ່ວຍ​ໃຫ້​ແກ່​ການຮັກສາ​ອັດ​ຕາ​ແລກປ່ຽນ​ເງິນ​ດົງ/​ເງິນຕາ​ຕ່າງປະ​ເທດ​ໃຫ​້​ເປັນ​ປົກກະຕິ.

 

ຂ່າວ/ບົດ​ອື່ນ