(ພາບປະກອບ)
(vovworld) - ວັນທີ 5/9, ໜັງສືພິມປະຊາຊົນ, ສຽງຂອງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນຳຂຳ່ນັບຊົມເຊີຍ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (5/9/1962-5/9/2012). ບົດໜັງສືພິມຊີ້ແຈ້ງວ່າການພົວພັນທາງການທູດຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 5/9/1962 ແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງໃນປະຫວັດສາດຂອງສອງປະເທດ, ມັນໄດ້ຮັບການເພີ່ມພູນຄູນສ້າງ ແລະ ປົກປັກຮັກສາດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງນັກປະຕິວັດລາວ ແລະ ຫວຽດນາມຫຼາຍລຸ່ນຄົນ. ໃນຕະຫຼອດໄລຍະທາງປະຫວັດສາດຜ່ານມາ, ພັກ, ລັດ ແລະ ປະຊາຊົນລາວພາກພູມໃຈທີ່ສຸດເມື່ອເຫັນວ່າ ໃນສະຖານະການພາກພື້ນ ແລະ ໂລກມີການປ່ຽນແປງ ແລະ ຜັນແປໄປຢ່າງສັບສົນ ດ້ວຍກາລະໂອກາດ ແລະ ການທ້າທາຍຫຼາຍຢ່າງນັ້ນ, ແຕ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມຫວຽດນາມ - ລາວ ຍັງຄົງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາ. ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ ໄດ້ກາຍເປັນປັດໃຈຮັບປະກັນໃຫ້ໄຊຊະນະຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງປະເທດ. ບົດນຳເນັ້ນໜັກວ່າ, ໃນ 50 ປີ ຜ່ານມາ ແມ່ນໄລຍະເວລາແຫ່ງການທົດສອບອັນຍືດເຍື້ອຍາວນານ ແລະ ໝັ້ນຄົງຂອງການພົວພັນລະຫວ່າງສອງປະເທດ. ບົດນຳກໍ່ຮຽກຮ້ອງຫັນປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2012 ໃຫ້ເປັນຂີດໝາຍແຫ່ງການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມອ້າຍນ້ອງໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ເຊື່ອມໂຍງໃນພາກພື້ນ ແລະ ຢູ່ໃນໂລກ ເພື່ອຄວາມຜາສຸກ ແລະ ຄວາມວັດທະນາຖາວອນຂອງປະຊາຊາດ.