ໝົດກຳນົດເວລານຳອາວຸດເຄມີອອກຈາກຊີຣີ

ໝົດກຳນົດເວລານຳອາວຸດເຄມີອອກຈາກຊີຣີ - ảnh 1
(ພາບປະກອບຈາກ East News)

(vovworld) –  ວັນ​ທີ 27/4 ​ແມ່ນ​ກຳນົດ​ເວລາ​ສຸດ​ທ້າຍ ​ເຊິ່ງອຳນາດ​ການ​ປົກຄອງ ຊີຣີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ອາວຸດ​ເຄມີ​ຂອງ​ເຂົາ​ເຈົ້າອອກ​ຈາກ​ປະ​ເທດ. ຕາມ​ຂໍ້​ມູນ​ຂ່າວ​ຫຼ້າ​ສຸດ​ໂດຍ​ອົງການ​ຫ້າມ​ອາວຸດ​ເຄມີ (OPCW) ປະກາດ​​ແລ້ວ, ດາ​ມາ​ກຸດ ​ໄດ້​ຂົນ​ສົ່ງອາວຸດອອກ​ຈາກ​ເຂດ​ດິນ​​ແດນ ຊີຣີ ​ແລະ ທຳລາຍ​ກ່ວາ 92% ບັນດາ​ວຸດ​ຖຸອຸປະກອນ​ເພື່ອ​ຜະລິດ​ອາວຸດ​ເຄມີ, ສ່ວນ​ຍັງ​ເຫຼືອ​​ແມ່ນ​ 7,8% ​ຍັງ​ຖືກ​ຮັກສາ​​ໄວ້ຢູ່​ສະຖານ​ທີ່​ແຫ່ງໜຶ່ງ. ທ່ານ​ນາງ Sigrid Kaag, ຜູ້​ປະສານ​ງານ​ຕົ້ນ​ຕໍ່​ຂອງ​ຄະນະ​ກຳມະການ​ປະສົມ​ລະຫວ່າງ ສະຫະ​ປະຊາ​ຊາດ ​ແລະ OPCW, ​ໃຫ້​ຮູ້​ວ່າ​ເກືອບ 6,5% ຈຳນວນ​ວັດຖຸ​ອຸປະກອນ​ເພື່ອ​ຜະລິດ​ອາວຸດ​ເຄມີ​ທີ່​ຍັງ​ເຫຼືອ​ຕ້ອງ​ໄດ້​ຮັບ​ການ​ຍົກຍ້າຍ​ອອກ​ຈາກ ຊີຣີ, ນອກ​ນັ້ນ​ມີ​ວັດຖຸ​ຈຳນວນ​ໜ້ອຍ​ຈະ​ຕ້ອງ​ທຳລາຍ​ພາຍ​ໃນ​ປະ​ເທດ​ນີ້. ທ່ານ​ນາງ​ກໍ່​ຕີ​ລາຄາ​ສູງ: ການ​ຮ່ວມ​ມື​ມີ​ລັກສະນະ​ສ້າງສັນ​ຂອງ​ລັດຖະບານ ຊີຣີ ​ໃນ​ການ​ຂົນ​ສົ່ງ, ມອບ​ໂອນ ​ແລະ ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ