24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນທົບ 9 ເທົ່າ ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່

(VOVWORLD) -ວັນທີ 8 ມິຖຸນານີ້, ມີຜູ້ຕິດເຊື້ອ 8.363 ຄົນທີ່ໄດ້ຮັບການປິ່ນປົວຫາຍດີ, ເພີ່ມຂຶ້ນທົບ 9 ເທົ່າເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່
24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນທົບ 9 ເທົ່າ ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່ - ảnh 1ພາບປະກອບ

     ແຕ່ເວລາ 16ໂມງຂອງວັນທີ 7 ມິຖຸນາຫາ 16ໂມງຂອງວັນທີ 8 ມິຖຸນານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 913 ຄົນຢູ່ 43/63 ແຂວງ, ນະຄອນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 10.727.918 ຄົນ.

ວັນທີ 8 ມິຖຸນານີ້, ມີຜູ້ຕິດເຊື້ອ 8.363 ຄົນທີ່ໄດ້ຮັບການປິ່ນປົວຫາຍດີ, ເພີ່ມຂຶ້ນທົບ 9 ເທົ່າເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່. ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ ທີ່ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 9.531.653 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ບໍ່ມີຜູ້ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19.

       ມາຮອດວັນທີ 8 ມິຖຸນານີ້, ຫວຽດນາມໄດ້ສັກວັກແຊງກັນໂຄວິດ-19 ໄດ້ 222.381.906 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ